ທ່ານຊ້ຽງປ່າຜິງໂຊກ່າວວ່າ,ເຫດການຈະລາຈົນຢູ່ຕິເບດໄດ້ເຮັດໃຫ້ ເສຍຫາຍເກືອບ 300 ລ້ານຢວນ
cri
ຕາມຂ່າວ cri:ວັນທີ 9 ເມສານີ້ ຢູ່ປັກກິ່ງ, ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານຊຽງປ່າຜິງໂຊ ປະທານເຂດປົກຄອງຕົນເອງຕິເບດກ່າວວ່າ, ເຫດການຈະລາຈົນ 14 ມີນາທີ່ກຸ່ມດາໄລລາມະວາງແຜນກໍ່ຂຶ້ນນັ້ນໄດ້ເຮັດໃຫ້ມີຄວາມເສຍຫາຍເກືອບ 300 ລ້ານຢວນ.
ໃນກອງປະຊຸມຂ່າວທີ່ຫ້ອງການຖະແຫລງຂ່າວລັດຖະບານຈີນຈັດຂຶ້ນ,ທ່ານຊຽງປ່າຜິງໂຊກ່າວວ່າ, ອີງຕາມຕົວເລກສະຖິຕິຫລ້າສຸດ,ຮ້ານຄ້າທີ່ຖືກທຳລາຍໃນເມືອງລາຊາເຂດຕິເບດມີເຖິງ 1300 ກວ່າແຫ່ງ, ໃນນັ້ນຮ້ານຂາຍຄຳເສຍຫາຍຢ່າງສາຫັດ,ບາງຮ້ານເສຍຫາຍເຖິງ 10 - 20 ລ້ານຢວນ.
ທ່ານຊຽງປ່າຜິງໂຊກ່າວວ່າ, ອົງການປົກຄອງເຂດຕິເບດຈະໃຊ້ມາດຕະການໃຫ້ຄ່າຊົດເຊີຍໃຫ້ແກ່ຮ້ານຄ້າທີ່ເສຍຫາຍໃນເຫດການເທື່ອນີ້ທາງດ້ານສ່ວຍສາອາກອນ ຄ່າເຊົາເຮືອນ ຄ່າປິ່ວປົວຂອງຜູ່ຖືກບາດເຈັບແລະໃຫ້ຄ່ຳທຳຂວັນແກ່ຜູ່ເສຍຊີວິດ.ພາຍໃນສອງສາມປີຂ້າງຫນ້ານີ້, ອົງການປົກຄອງຈະຈ່າຍຄ່າອັດຕາດອກເບ້ຍເງິນກູ້ຂອງເຂົາເຈົ້າ.
|
|