|
 |
(GMT+08:00)
2008-04-09 18:17:15
|
 |
ພາສາຕິເບດຖືກນຳໃຊ້ໂດຍທົ່ວໄປຢູ່ເຂດຕິເບດ
cri
ຕາມຂ່າວສານຊິນຮວາ:ຫວ່າງມໍ່ໆນີ້,ຜູ່ຮັບຜິດຊອບຄະນະກຳມະການວຽກງານພາສາຕິເບດຂອງເຂດປົກຄອງຕົນເອງຕິເບດໄດ້ກ່າວວ່າ,ພາສາຕິເບດໄດ້ຖືກນຳໃຊ້ໂດຍທົ່ວໄປໃນຂົງເຂດຕ່າງໆເຊັ່ນ:ການເມືອງ ເສດຖະກິດແລະວັດທະນະທຳເປັນຕົ້ນ. ຂ່າວແຈ້ງວ່າ,ຊ່ອງພາສາຕິເບດຂອງໂທລະພາບຕິເບດໄດ້ອອກລາຍ ການຢ່າງບໍ່ຂາດສາຍພາຍໃນ 24 ຊົ່ວໂມງ,ຊາວກະສິກອນແລະຊາວລ້ຽງສັດຫຼາຍກວ່າ 80%ໄດ້ຄັດເລືອກຊ່ອງພາສາຕິເບດເປັນຊ່ອງທຳອິດ.ໃນຫຼາຍປີມານີ້,ເຂດຕິເບດໄດ້ເປີດພາ ສາຕິເບດເປັນຫຼັກສູດສຳຄັນໃນໄລຍະການສຶກ ສາພື້ນຖານຕະຫຼອດມາ,ການສອບເສັງຊະນິດຕ່າງໆຢູ່ໂຮງຮຽນລ້ວນແຕ່ຖືພາສາຕິເບດເປັນວິຊາສອບເສັງ,ແລະດຳເນີນວຽກງານລົບລ້າງການຜູ່ ກືກ ຫນັງສື ດ້ານພາສາຕິເບດຢ່າງກວ້າງຂວາງ.
ນັບມາຮອດປະຈຸບັນ,ພາກສ່ວນພິມຈຳຫນ່າຍຕິເບດໄດ້ພິມຈຳຫນ່າຍປຶ້ມພາສາຕິເບດປະເພດຕ່າງໆເກືອບ 5000 ກວ່າປະເພດ,ແລະຊ່ອຍເຫຼືອ ຮຽບຮຽງແລະພິມຈຳຫນ່າຍປຶ້ມປະຫວັດສາດຕົວຫນັງສືຕິເບດຫຼາຍຮ້ອຍເຫຼັ້ມ. ນອກນີ້,ວຽກງານມືຖືດ້ວຍພາສາຕິເບດຂອງໂທລະຄົມຕິເບດໄດ້ບັນລຸໃຫ້ ຫນ້າຈໍມືຖືສາມາດເລືອກພາສາຕິເບດຫຼືພາສາຈີນ,ແລະສາມາດຮັບຝາກ ຄວາມສັ້ນດ້ວຍພາສາຕິເບດ
|
|
|