ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-10 10:05:27    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເຕືອນ​ໃຫ້​ຄົນ​ຈຳ​ນວນ​ຫນ້ອຍ​ທີ່​ສຸດ​​ໃນ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ຈົ່ງ​ເຊົາ​ລົບ​ກວນ​ແລະ​ທຳ​ລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິມ​ປິກ

cri
ຕາມ​ຂ່າວ cri:ວັນ​ທີ 9 ​ເມສາ​ນີ້ ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຕືອນ​ຄົນ​ຈຳນວນ​ຫນ້ອຍ​ທີ່​ສຸດ​ໃນ​ລັດຖະສະພາ​ອາ​ເມ​ລິ​ກາ​ຈົ່ງ​ເຊົາ​ລົບ​ກວນ​ແລະ​ທຳລາຍ​ງານ​ກິລາ​ໂອ​ລິ​ມປິກ​ແລະການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມ ປິກ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ນາງນານ​ຊີ ​ເພ​ໂລ​ຊີ ປະທານ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ອອກ​ຖະ​ແຫລ​ງການກ່າວ​ວ່າ, ລັດຖະບານ​ຈີນ​ເຮັດ​ໃຫ້ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ກາຍ​ເປັນ​ບັນຫາ​ການ​ເມືອງ, ນາງ​ສະຫນັບສະຫນູນ​ຄົນ​ທີ່​ຄັດຄ້ານ​ການ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ຊຣນ​ຟຼັງຊີສ​ໂກ.

ຕໍ່​ເລື່ອງ​ນີ້, ນາງ​ຈ່ຽງອີ​ກ່າວ​ວ່າ, ການ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ຊານ​ຟຼັງຊີ​ສ​ໂກ​ແມ່ນ​ເລື່ອງ​ມະຫະກຳລະຫວ່າງ​ຈີນ​ກັບ​ອ​າ​ເມ​ລິ​ກາ,ປະຊາຊົນ​ປະ​ເທດ​ທັງ​ສອງ​ລ້ວນ​ແຕ່​ຫວັງ​ໃຫ້​ກິດຈະກຳ​ນີ້​ດຳ​ເນີນ​ໄປ​ຢ່າງ​ສະດວກ.ບາງ​ຄົນ​ໃນ​ລັດຖະ ສະພາ​ອາ​ເມ​ລິ​ກາ​ບໍ່​ເອົາ​ຫົວຊາ​ນຳ​ນ້ຳ​ໃຈ​​​ໂອ​ລິ​ມປິກ​ແລະ​ຫລັກການກິລາ​ບໍ່​ແມ່ນ​ບັນຫາ​ການ​ເມືອງ,ປຸກ​ປັ່ນ​​ໃຫ້​ລົບ​ກວນ​ແລະ​ທຳລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​​ໂອ​ລິ​ມປິກຢູ່​ຊານ​ຟຼັງຊີ​ສ​ໂກ,ນີ້​ໄດ້​ເສຍ​ຄຸນສົມບັດ​ແລະ​ຄວາມ​ເປັນ​ທຳ​ອັນ​ພື້ນຖານ​ທີ່​ສຸດ,ນີ້​ເຮັດ​ໃຫ້​ປະຊາຊົນ​ຈີນ​ທຸກ​ຖ້ວນ​ຫນ້າ​ທີ່​ຢູ່​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ພ້ອມ​ດ້ວຍ​ບຸກຄົນ​ຜູ່​ມີ​ສິນ​ທຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຄຽດ​ແຄ້ນ​ທີ່​ສຸດ​ແລະ​ກ່າວ​ປະ​ທ້ວງ.

ນາງ​ຈ່ຽງອີ​ກ່າວ​ວ່າ, ຄວາມ​ຕັດສິນ​ໃຈ​ຂອງ​ປະຊາຊົນ​ຈີນ​ແລະ​ໂລກ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃຫ້​ດີ​ແມ່ນ​ຫມັ້ນຫນຽວ​ບໍ່​ປ່ຽນ​ແປງ, ບາດກ້າວ​ໄປ​ຫນ້າ​ຂອງ​ປະຊາຊົນ​ຈີນ​ແມ່ນ​ຄົນ​ໃດ​ກໍ່​ສະກັດ​ກັ້ນບໍ່​ໄດ້.