|
 |
(GMT+08:00)
2008-04-10 10:07:27
|
 |
ການປະທະກັນຢູ່ຊາຍແດນອິສລາແອນປາເລັສຕິນຮຸນແຮງຂຶ້ນ10 ກວ່າຄົນຕາຍແລະບາດເຈັບ
cri
ຕາມຂ່າວ cri:ວັນທີ 9 ເມສານີ້ ດ່ານຊາຍແດນຂອງອິສລາແອນທີ່ໃກ້ກັບເຂດກາຊາໄດ້ຖືກຜູ່ປະກອບອາວຸດປາເລັສຕິນຫລອນໂຈມຕີ, ຫລັງຈາກນັ້ນ, ທະຫານອິສລາແອນໄດ້ຕ່າວຕີຄືນ.ໃນການປະທະກັນມີ 10 ກວ່າຄົນບາດເຈັບແລະເສຍຊີວິດ.
ຕອນຮຸ່ງເຊົ້າວັນທີ 9 ເມສາ, ຜູ່ປະກອບອາວຸດປາເລັສຕິນກັບທະຫານອິສລາແອນຍັງໄດ້ລົບເລວກັນຢູ່ພາກໃຕ້ເຂດກາຊາ,ສອງຝ່າຍຕ່າງມີຄົນຫນຶ່ງເສຍຊີວິດ.
ປັດຈຸບັນ ສາມອົງການຈັດຕັ້ງປະກອບອາວຸດເຊັ່ນ ກຸ່ມຈີຮັດເປັນຕົ້ນໄດ້ປະກາດຮັບຜິດຊອບຕໍ່ເຫດການຫລອນໂຈມຕີເທື່ອນີ້,ແຕ່ໃນສາມອົງການດັ່ງ ກ່າວບໍ່ມີກຸ່ມຮາມັສ.
ກະຊວງການຕ່ງປະເທດອິສລາແອນໄດ້ເຜີຍແຜ່ຖະແຫລງການຫລັງເຫດການວ່າ,ກຸ່ມຮາມັດຄວນຮັບຜິດຊອບຕໍ່ເຫດການດັ່ງກ່າວ.
ຂ່າວແຈ້ງອີກວ່າ, ໂຄສົກກະຊວງການຕ່າງປະເທດອິສລາແອນກ່າວວ່າ,ລັດຖະບານອິສລາແອນຈະບໍ່ຢຸດຕິການເຈລະຈາສັນຕິພາບກັບປາເລັສຕິນຍ້ອນຜູ່ປະກອບອາວຸດປາເລັສຕິນຫລອນໂຈມຕີດ່ານຊາຍແດນ.
ມື້ດຽວກັນ, ທ່ານບານກີມູນ ເລຂາທິການໃຫຍ່ສະຫະປະຊາຊາດອອກຖະແຫລງການ,ຕິຕຽນຜູ່ປະກອບາວຸດປາເລັສຕິນຫລອນໂຈມຕີດ່ານຊາຍແດນແລະເຮັດໃຫ້ສາມັນຊົນບາດເຈັບແລະເສຍຊີວິດ.
|
|
|