ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-10 11:19:56    
ເຫດການ​ຈະລາຈົນຢູ່ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ກ່ານ​ນານແມ່ນ​ພວກ​ແບ່ງ​ແຍກ​ຊາດ​ຈຳນວນ​ໜ້ອຍ​ວາງ​ແຜນ​ກໍ່​ຂຶ້ນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 9 ​ເມສາ​ນີ້,ຢູ່​ເມືອງ​ເຮີ​ຈົ້ວ​ແຂວງ​ກ່ານ​ຊູ,​ໃນ​​ເວລາ​ທ່ານ​​ເໝົາ​​ເຊິ່ງອູ ຜູ້​ວ່າການ​ແທນ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ຕິ​ເບດກ່ານ​ນານ​ແຂວງ​ກ່ານ​ຊູ ພາກ​ຕາ​ເວັນ​ຕົກ​ຂອງຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ,ທ່ານ​ກ່າວ​ວ່າ,​ເຫດການ​ຈະລາຈົນຢູ່​ກິ່ງ​ແຂວງກ່ານ​ນານ​ແມ່ນ​ພວກ​ແບ່ງ​ແຍກ​ຊາດ​ຈຳນວນ​ໜ້ອຍ​ວາງ​ແຜນ​ກໍ່​ຂຶ້ນ.

ທ່ານ​ເໝົາ​​ເຊິ່ງອູ​ກ່າວ​ວ່າ,ຫຼັກ​ແຫຼ່ງທີ່​ເຂົ້າ​ຮ່ວມ​ເຫດ​ການ​ຈະລາຈົນ​ນັ້ນລ້ວນ​ແຕ່​ໄດ້​ມັດສາ​ຍຜ້າ​ສີດຳ​ຢູ່​ເທິງ​ຫົວ​ແລະ​ແຂນ,ນີ້ສະ​​ແດງ​ໃຫ້​ເຫັນ​ວ່າ,ການ​​ເຄື່ອນ​ໄຫວ​ຈະລາຈົນ​ເຫຼົ່າ​ນີ້​ແມ່ນ​ມີ​ການຈັດ​ຕັ້ງ.ການ​ເຄື່ອນ​ໄຫວ​ຈະ​ລາ​ຈົນ​ໃນຕົວ​ເມືອງ​​ແລະ​ຊົນນະບົດ​ສ່ວນ​ໜຶ່ງ​ຢູ່​ກິ່ງ​ແຂວງ​ກ່ານ​ນານ​ໄດ້ສົມທົບ​ເຊິ່ງກັນ​ແລະ​ກັນ.ພວກ​ເຂົາບໍ່ພຽງ​ແຕ່​ໄດ້​ຕິດ​ຕໍ່​ພົວພັນ​ກັນ​ກັບພວກຢາກ​ແຍກຕິ​ເບ​ດ​ເປັນ​ເອກະລາດ​ຢູ່ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ​​,ຍັງ​ໄດ້​ຕິດ​ຕໍ່​ກັບ​ພວກ​​ແບ່ງ​ແຍກຊາດຢູ່ຕ່າງປະ​ເທດ.

ທ່ານ​ເໝົາ​​ເຊິ່ງອູ​ກ່າວ​ວ່າ,ພາຍຫຼັງ​ເກີດ​ເຫດການ​ຈະລາຈົນ​ເທື່ອ​ນີ້​ແລ້ວ,ຕຳຫຼວດ​ໄດ້​ໂຈມ​ຕີ​ການ​​ເຄື່ອນ​ໄຫວ​ອາດຊະຍາ​ກຳ​ຮຸນ​ແຮງ​ຕາມ​ກົດໝາຍ,​ເຮັດ​ໃຫ້​ສະຖານະ​ການ​ໄດ້​ຮັບ​ການ​ຄວບ​ຄຸມ​ໃນ​ທັນທີ.ປະຈຸ​ບັນ,ສະຖານະ​ການ​ໃນ​ທົ່ວ​ກິ່ງ​ແຂວງ​ໄດ້​ຖືກຄວບ​ຄຸມ​ຢ່າງ​ບັງ​ເກີດ​ຜົນ,ສັງຄົມ​​ໄດ້​ຟື້ນ​ຟູ​ຄວາມ​ສະຫງົບ,ລະບຽບການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຟື້ນ​ຟູ​ເປັນ​ປົກກະຕິ​ໂດຍ​ພື້ນຖານ​ແລ້ວ.