ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-10 15:00:02    
IMFຄາດ​ຄະ​ເນອະນາຄົດ​ການ​ເຕີບ​ໂຕຂອງ​ເສດຖະກິດປະ​ເທດ​ແລະ​ເຂດ​ແຄວ້ນສຳຄັນ​ຂອງ​ໂລກ

cri Author: cai
ຕາມ​ຂ່າວ​CRI:ວັນ​ທີ 9 ​ເມສາ​ນີ້,ອົງ​ການ​ກອງທຶນ​ສາ​ກົນ​ຫຼື IMF ​ໄດ້​ປະກາດ​ບົດ​ລາຍ​ງານ《ການ​ຈ້ອງ​ມອງ​ເສດຖະກິດ​ໂລກ》ສະບັບ​ຫຼ້າ​ສຸດ,​ຄາດ​ຄະ​ເນ​ວ່າ,​​ໃນ​ປີ 2008 ​ແລະ​ 2009,​ເສດ​ຖະກິດ​ທົ່ວ​ໂລກ​ຕ່າງ​ຈະ​ເຕີບ​ໂຕ 3,7%​ ​ແລະ 3,8%,ຕ່ຳ​ກວ່າ​ປີ​ກາຍຫຼາຍ,​ແຕ່​ເສດຖະກິດ​ຈີນ​ຍັງ​ຈະເຕີບ​ໂຕ​ຢ່າງ​ວ່ອງ​ໄວ.

ບົດ​ລາຍ​ງານ​ຂຽນ​ວ່າ,ຍ້ອນ​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການທາງດ້ານ​ການ​​ເງິນ​ທີ່​ໜັກໜ່ວງ,​ເສດຖະກິດ​ທົ່ວ​ໂລກ​ໄດ້​ເຕີບ​ໂຕ​ຊ້າ​ລົງ,​ໃນ​ນັ້ນ,​ອົງ​ກອນ​ເສດຖະກິດ​ທີ່​ໄດ້ພັດທະນາ​ແລ້ວ​ຫຼຸດ​ລົງ​ຫຼາຍ​ກວ່າ​ໝູ່.ຍ້ອນ​​ເສດຖະກິດ​ອາ​ເມ​ລິ​ກາ​ຖືກ​ຜົນ​ສະທ້ອນ​ຈາກສອງ​ດ້ານ​ຄື​ວິ​ກິດ​ການ​ຕະຫຼາດເຮືອນຢູ່ແລະ​ການ​ປັ່ນ​ປ່ວນ​ຂອງ​ຕະຫຼາດ​ການທະນາຄານ,ສະ​ນັ້ນ,ໃນປີນີ້ຈະ​ຊຸດ​​ໂຊມ​ລົງໜ້ອຍ​ໜຶ່ງ.

ບົດ​ລາຍ​ງານ​ຄາດ​ຄະ​ເນ​ວ່າ,​ໃນ​ປີ​ນີ້​ແລະ​ປີໜ້າ,​ເສດຖະກິດ​ຈີນ​ຍັງ​ຈະ​ຮັກສາ​ທ່ວງທ່າ​ທີ່​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ,​ໃນ​ສອງ​ປີ​ດັ່ງກ່າວ​ອັດຕາ​ເຕີບ​ໂຕ​ຕ່າງ​ຈະ​ບັນລຸ​​ເຖິງ 9,3% ​ແລະ 9,5%.ບົດ​ລາຍ​ງານ​ຂຽນ​ວ່າ,​ໃນ​ປີ​ນີ້​ແລະ​ປີໜ້າ,​ເສດຖະກິດ​ຂອງ​ອົງ​ກອນ​ເສດຖະກິດ​ຕະຫຼາດທີ່ຈະເລີນໃໝ່​ຂອງ​ອາຊີ​ຈະ​​​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,​ແຕ່​ຈັງຫວະ​ເຕີບ​ໂຕ​ຈະ​ຊ້າ​ກວ່າ​ປີ​ກາຍ.