ຕາມຂ່າວສານຊິນຮວາ:ໃນຫຼາຍປີມານີ້, ຜ່ານຈາກການປັບປຸງອົງປະກອບການປູກຝັງ ແລະ ການລ້ຽງສັດ, ຕັ້ງໂຮງແຮມແບບຄອບຄົວ,ອອກໄປຈ້າງງານ,ພ້ອມທັງຂົນສົ່ງທາງລົດຍົນ, ລາຍໄດ້ຂອງຊາວກະສິກອນ ແລະ ຊາວລ້ຽງສັດຂອງເຂດຕິເບດຈີນໄດ້ຍົກສູງຂຶ້ນຢ່າງສືບເນື່ອງ, ລະດັບຊີວິດການເປັນຢູ່ໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ເຂດຕິເບດມີປະຊາກອນ2ລ້ານ8ແສນຄົນ,ໃນນັ້ນມີ2ລ້ານ2ແສນກວ່າຄົນເປັນຊາວກະສິກອນ ແລະ ຊາວລ້ຽງສັດ. ຕິເບດເລິ່ມປະຕິບັດໂຄງການເຮືອນຢູ່ສຳລັບຊາວກະສິກອນ ແລະ ຊາວລ້ຽງສັດໃນປີ2006, ຮອດປັດຈຸບັນ, ລົດຖະບານຈີນໄດ້ລົງທຶນເກືອບ5ຕື້300ລ້ານຢວນ ເຮັດໃຫ້ຊາວກະສິກອນ ແລະ ຊາວລ້ຽງສັດ1ແສນ1ໝື່ນຄອບຄົວໄດ້ຢູ່ເຮືອນໃໝ່ທີ່ປອດໄພ.
ທ່ານຊຽງປາ ພົນຊົກ ປະທານເຂດປົກຄອງຕົນເອງຕິເບດແນະນຳວ່າ,ໃນຂະບວນການພັດທະນາເສດຖະກິດເຂດຕິເບດ, ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ. ລັດຖະບານສູນກາງເອົາໃຈໃສ່ນຳການພັດທະນາຂອງເຂດຕິເບດໂດຍຕະຫຼອດມາ, ປີ2006,ໄດ້ວາງ"ນະໂຍບາຍສິດທິພິເສດ"40ລາຍທີ່ເລັ່ງລັດພັດທະນາເຂດຕິເບດ, ປີ2007,ກໍ່ໄດ້ຕົກລົງໂຄງການແຜນການກ່ຽວກັບເຂດຕິ ເບດ180ລາຍທີ່ມີຍອດການລົງທຶນ77ຕື້ກວ່າຢວນ,ເພື່ອຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງເຂດຕິເບດຢ່າງຮອບດ້ານ.
|