|
|
(GMT+08:00)
2008-04-11 10:24:42
|
|
ຈີນສະແດງຄວາມຄຽດແຄ້ນທີ່ສຸດແລະຄັດຄ້ານຢ່າງເດັດດ່ຽວຕໍ່ສະພາຕ່ຳອາເມລິກາຜ່ານຮັບຮອງມະຕິກ່ຽວພັນເຖິງຕິເບດແລະຕ້ານຈີນ
cri
ຕາມຂ່າວສານຊີນຮວາ: ວັນທີ 11 ເມສານີ້ ນາງຈ່ຽງອີ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຄຳປາໄສໂດຍແນໃສ່ສະພາຕ່ຳອາເມລິກາຜ່ານຮັບຮອງມະຕິທີ່ກ່ຽວພັນເຖິງຕິເບດແລະຕ້ານຈີນ,ນາງກ່າວວ່າ, ວັນທີ 9 ເມສານີ້ ສະພາຕ່ຳອາເມລິກາບໍ່ເອົາຫົວຊານຳຫລັກຫມັ້ນອັນເຄັ່ງຂຶມຂອງຝ່າຍຈີນ, ຕັ້ງໃຕ້ພິຈາລະນາແລະຜ່ານຮັບຮອງມະຕິ ທີ່ກ່ຽວພັນເຖິງຕິເບດ ແລະຕ້ານຈີນທີ່ສະເຫນີໂດຍນາງນານຊີ ເພໂລຊີ ປະທານສະພາຕ່ຳ.ມະຕິດັ່ງກ່າວໄດ້ບິດເບືອນປະຫວັດສາດແລະສະພາບຄວາມເປັນຈິງຂອງຕິເບດ,ໄດ້ຕິຕຽນອົງການປົກຄອງເຂດຕິເບດຂອງຈີນຈັດການຕໍ່ເຫດການຈະລາຈົນດ້ວຍຄວາມຮຸນແຮງທີ່ເກີດຂຶ້ນຢູ່ຊາລາຢ່າງບໍ່ມີເຫດຜົນ,ແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍກາບ,ທຳຮ້າຍອາລົມຂອງປະຊາຊົນຈີນຢ່າງຫນັກຫນ່ວງ,ຝ່າຍຈີນສະແດງຄວາມຄຽດແຄ້ນທີ່ສຸດແລະຄັດຄ້ານຢ່າງເດັດດ່ຽວ.
ນາງຈ່ຽງອີກ່າວວ່າ, ຕິເບດແມ່ນພາກສ່ວນຫນຶ່ງໃນດິນແດນຂອງຈີນທີ່ຕັດແຍກອອກບໍ່ໄດ້, ວຽກງາຍຕິເບດແມ່ນວຽກງານພາຍໃນຂອງຈີນທັງນັ້ນ.ມີຫລັກຖານອັນພຽງພໍສະແດງໃຫ້ເຫັນວ່າ, ເຫດການທີ່ເກີດຢູ່ລາຊາແມ່ນກຸ່ມດາໄລລາມະຈັດຕັ້ງ ອຸບາຍລ່ວງຫນ້າແລະວາງແຜນຢ່າງລະອຽດ,ແລະໃຫ້ອິດທິກຳລັງແບ່ງແຍກຕິເບດເປັນເອກະລາດຢູ່ພາຍໃນແລະຕ່າງປະເທດຮ່ວມໄມ້ຮ່ວມມືກັນກໍ່ຂຶ້ນ.ເຫດການລາຊາເດັດຂາດບໍ່ແມ່ນການສະແດງກຳລັງດ້ວຍສັນຕິວິທີແລະການກະທຳທີ່ບໍ່ໃຊ້ຄວາມຮຸນແຮງທີ່ກຸ່ມດາໄລລາມະເປີດປ່າວ,ຫາກແມ່ນອາດຊະຍະກຳດ້ວຍຄວາມຮຸນແຮງຢ່າງຫນັກຫນ່ວງທັງນັ້ນ.
ນາງຈ່ຽງອີກ່າວວ່າ, ພວກຂ້າພະເຈົ້າຮຽກຮ້ອງລັດຖະສະພາອາເມລິກາເຄົາລົບເລື່ອງຈິງ, ຈຳແນກຄວາມຖືກຄວາມຜິດ,ຢຸດຕິທຸກກິລິຍາວາຈາທີ່ແຊກແຊງວຽກງາຍພາຍໃນຂອງຈີນ ທຳຮ້າຍອາລົມຈິດຂອງປະຊາຊົນຈີນແລະທຳລາຍການພົວພັນລະຫວ່າງຈີນກັບອາເມລິກາໃນທັນທີ.
|
|
|