ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-11 10:36:42    
ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ປະກາດ​ວ່າ​ຈະ​ເຊົາ​ການ​ຖອນ​ທະ​ຫານ​ຊົ່ວ​ຄາວ​ຫຼັງ​ທ້າຍ​ເດືອນ​ກໍລະ​ກົດປີ​ນີ້

cri Author: cai
ຕາມ​ຂ່າວCRI:ວັນ​ທີ 10 ​ເມສາ​ນີ້,ທ່ານ​ຈອັດ ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະພາບ​ຕໍ່​ທົ່ວ​ປະ​ເທດ,ທ່ານ​ກ່າວ​ວ່າ,ທ່ານ​ໄດ້​ຮັບ​​​ເອົາຂໍ້​ສະ​ເໜີ​ຂອງ​ທ່ານ​​ເດ​ວິດ ​ໂຮ​ແວວ ​ເພັດ​ເຣອຸສ ຜູ້​ບັນຊາ​ການ​ສູງ​ສຸດ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ,ພາຍຫຼັງ​ໄດ້​ສຳ​ເລັດ​​ແຜນການ​ຖອນ​ທະຫານ​ໃນ​ທ້າຍ​ເດືອນ​ກໍລະກົດ​ປີ​ນີ້​ທີ່​​ໄດ້​ກຳນົດ​ໄວ້​ແລ້ວ,ຈະ​ເຊົາ​ຖອນ​ທະຫານ​ຊົ່ວຄາວ.

ທ່ານ​ບຸ​ສກ່າວ​ວ່າ,ການສົ່ງທະຫານ​ໄປ​ເພີ່ມ​ຢູ່​ອີຣັກ​ໃນ​ປີ​ກາຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ສຳຄັນ​ໃນການ​ຫຼຸດຜ່ອນ​ການ​ປະ​ທະ​ກັນ​ລະຫວ່າງ​ສາສະໜາ​ຝ່າຍຕ່າງໆ ການສ້າງ​ລະບຽບ​ຄວາມ​ໝັ້ນຄົງ​ຄືນ​​ໃໝ່​​ແລະ​ການຕ້ານ​ການ​ກໍ່​ການ​ຮ້າຍ,​ແຕ່​ພ້ອມກັນ​ນັ້ນ,ທ່ານ​ກໍ່​ຮັບຮອງ​ວ່າ,ອີຣັກຍັງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າທາຍ​ທີ່​​ເຄັ່ງ​ຄັດ​ແລະ​ສັບສົນ.

ທ່ານ​ບຸ​ສກ່າວ​ວ່າ,ພາຍຫຼັງ​ໄດ້​ຫາລື​ຢ່າງ​ລະ​ອຽດກັບ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ປະທານ​ສະພາ​ຫົວໜ້າ​ທີ່​ປຶກສາ​ຂອງ​ອາ​ເມ​ລິ​ກາ​ແລ້ວ,ທ່ານ​ຕົກລົງ​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ເດ​ວິດ ​ໂຮ​ແວວ ​ເພັດ​ເຣອຸສ,ຖອນ​ທະຫານ 5 ກອງ​ພົນ​ນ້ອຍ​ທີ່​ສົ່ງ​ໄປ​ໃນ​ປີ​ກາຍ​ກ່ອນ​ທ້າຍ​ເດືອນ​ກໍລະກົດ​ປີ​ນີ້.ຕໍ່​ຈາກ​ນັ້ນ,ທ່ານ​ເພັດ​ເຣອຸສຈະ​ປະ​ເມີນຜົນ​ສະທ້ອນ​ຂອງ​ການ​ຖອນ​ທະຫານ​ຕໍ່​ສະຖານະ​ການ​ຄວາມ​ໝັ້ນຄົງ,​ແລ້ວ​ຈະ​ມີ​ຂໍ້​ສະ​ເໜີ​ໃໝ່​ກ່ຽວ​ກັບ​ການ​ຖອນ​ທະຫານ​ຕື່ມ​ອີກ.