ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-11 10:50:43    
ລັດ​ຖະ​ບານ​ແລະ​ຜູ່​ນຳ​ການ​ເມືອງ​ສຳ​ຄັນ​ຂອງ​ປະ​ເທດ​ຈຳ​ນວນ​ຫນຶ່ງ​ ຄັດ​ຄ້ານ​ການ​ຂວ້ຳ​ບາດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊີ​ນ​ຮວາ: ຫວ່າງ​ມໍ່ໆ​ນີ້ ລັດ​ຖະ​ບານ​ແລະ​ຜູ່​ນຳການ​ເມືອງ​ສຳຄັນຂອງ​ປະ​ເທດ​ຈຳນວນ​ຫນຶ່ງ​ໄດ້​​ໃຫ້​ສຳ​ພາດ,ຄັດ​ຄ້ານ​ການ​ຂວ້ຳ​ບາດງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ,ຄັດຄ້ານ​ເອົາ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ບັນຫາ​ການ​ເມືອງ.

ວັນ​ທີ 9 ​ເມສາ​ນີ້ ​ໃນ​ກິດຈະກ​ເບຼຊິນ​ລະ​ລຶກ​ຄຳ​ຖະ​​ແຫລງ​ການ​ສິດທິ​ມະນຸດ​ຄົບຮອບ 60 ປີ,ທ່ານ​ໂພຣ ວາ​ນູຊີ ​ເລຂາທິການ​ພິ​ເສດ​ກ່ຽວ​ກັບ​ສິດທິ​ມະນຸດ​ເບຼຊິນ​ກ່າວ​ວ່າ,​ເບຼຊິນ​ຈະ​ບໍ່​ຂວ້ຳ​ບາດງານ​ກິລາ​ໂອ​ລິ​ມປິກ,​ເພາະວ່າ​ນັ້ນ​ແມ່ນ​ງານ​ມະຫະກຳ​ຂອງ​ທົ່ວ​ໂລກ.ງານ​ກິລາ​ໂອ​ລິ​ມປິກ​ສົ່ງ​ເສີມ​ສັນຕິພາບ,ມີ​ຜົນ​ດີ​ຕໍ່​ປະ​ເທດ​ຕ່າງໆ​ແກ້​ໄຂການ​ປະ​ທະ​ກັນ​ດ້ວຍ​ການ​ສົນທະນາ.

ຫວ່າງ​ມໍ່ໆ​ນີ້ ​ໃນ​ເວ​ລາ​ໃຫ້​ສຳພາດ​ຕໍ່​ວາ​ລະ​ສານ​ເດຍ​​ໄຊ​ດຂອງ​ເຢຍລະ​ມັນ ທ່ານ​ສະ​ມິດ ອະດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍລະ​ມັນ​ກ່າວ​ວ່າ,ຄັດ​ຄ້ານ​ການ​ຂວ້ຳ​ບາດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ຄັດ​ຄ້ານ​ການຖື​ກິລາ​ເປັນ​ບັນຫາ​ການ​ເມືອງ.

ວັນ​ທີ 9 ​ເມສາ​ນີ້ ​ໂຄສົກ​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ວ່າ,ທ່ານ​ກໍ​ດັນ​ບຼາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ​ທ່ານ​ບໍ່​ຂວ້ຳ​ບາດ​ງານ​ກິລາ​ໂອ​ລິ​ມປິກ.​ໂຄສົກ​ຜູ່​ນີ້​ກ່າວ​ວ່າ,ທ່ານ​ບຼາຈະ​ບໍ່​ເຂົ້າຮ່ວມ​ພິທີ​ໄຂ​ງານ​ໂອ​ລິ​ມປິກ,​ແຕ່​ຈະ​ເຂົ້າຮ່ວມ​ພິທີ​ປິດ​ງານ, ​ນີ້​ບໍ່​ແມ່ນ​ທ່ານ​ປ່ຽນ​ແປງ​ແຜນການ,​ເພາະວ່າ​ແຕ່​ໃດ​ມາ,ທ່ານ​ກໍ່​ບໍ່​ມີ​ແຜນ​ຈະເຂົ້າຮ່ວມ​ພິທີ​ໄຂ​ງານ​ຈັກ​ເທື່ອ.