ຂ່າວສານຊິ່ນຮວາກ່າວວ່າ, ເຜົ່າຕິເບດແມ່ນເຜົ່າຕົ້ນຕໍຂອງເຂດຕິເບດນີ້ແມ່ນເລື່ອງຈິງທີ່ບໍ່ໄດ້ປ່ຽນແປງຈັກເທື່ອ
cri
ຕາມຂ່າວສານຊິ່ນຮວາ: ວັນທີ 10 ເມສານີ້, ຂ່າວສານຊິ່ນຮວາຂອງຈີນປະກາດບົດວິຈານ, ພາດຫົວເລື່ອງວ່າ: "ເຜົ່າຕິເບດແມ່ນເຜົ່າຕົ້ນຕໍຂອງເຂດຕິເບດນີ້ແມ່ນເລື່ອງຈິງທີ່ບໍ່ເຄີຍປ່ຽນແປງ".
ບົດວິຈານຂຽນວ່າ, "ແຈ້ງການສະຖິຕິແຫ່ງການພັດທະນາເສດຖະກິດແລະສັງຄົມຂອງເຂດປົກຄອງຕົນເອງຕິເບດປີ 2007" ສະແດງໃຫ້ເຫັນວ່າ: ປະຈຸບັນ, ປະຊາກອນເຜົ່າຕິເບດມີເຖິງ 2 ລ້ານ 5 ແສນກວ່າຄົນ, ກວມ 95,3% ຂອງປະຊາກອນທັງໝົດຂອງເຂດຕິເບດ, ເຫຼືອນັ້ນແມ່ນເຜົ່າຮ້ານແລະເຜົ່າສ່ວນໜ້ອຍອື່ນໆ. ເຜົ່າຕິເບດແມ່ນເຜົ່າຕົ້ນຕໍຂອງເຂດຕິເບດນີ້ແມ່ນເລື່ອງຈິງທີ່ບໍ່ໄດ້ປ່ຽນແປງຈັກເທື່ອ.
ບົດວິຈານເຫັນວ່າ, ຕົວເລກສະຖິຕິອັນລະອຽດຢືນຢັນວ່າ, ດາໄລລະມາເປີດປ່າວຕໍ່ປະຊາຄົມໂລກຢ່າງເປີດເຜີຍວ່າ "ປະຊາຊົນເຜົ່າຕິເບດອາດຈະກາຍເປັນສ່ວນໜ້ອຍທີ່ບໍ່ສຳຄັນຢູ່ບ້ານເມືອງຂອງເຂົາເຈົ້າ", ແຕ່ລະປີ, ປະຊາກອນຄົນເຜົ່າຮ້ານກຳລັງເພີ່ມຂຶ້ນດ້ວຍຈັງຫວະໄວທີ່ສຸດຢູ່ເຂດຕິເບດ, ຖ້ອຍຄວາມເຫຼົ່ານີ້ແມ່ນບໍ່ມີຫຼັກອ້າງອີງຈັກເມັດ, ແມ່ນຄວາມຂີ້ຕົວະທີ່ຢາກຫຼອກຫູລວງຕາຄົນທັງຫຼາຍ. ພາຍໃຕ້ລະບອບເຂດຊົນເຜົ່າປົກຄອງຕົນເອງຂອງຈີນ, ເຜົ່າຕິເບດແມ່ນເຜົ່າຕົ້ນຕໍຢູ່ເຂດຕິເບດນີ້ແມ່ນເລື່ອງຈິງທີ່ບໍ່ໄດ້ປ່ຽນແປງຈັກເທື່ອໃນເມື່ອກ່ອນ, ແລະກໍ່ຈະບໍ່ປ່ຽນແປງໃນອະນາຄົດ.
|
|