ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-11 15:43:13    
ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ກ່າວ​ວ່າ ອາ​ເມ​ລິ​ກາ​ກັບ​ສ.ປ.ປ​ເກົາ​ຫຼີ​ໄດ້​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ 6 ຝ່າຍ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 10 ​ເມສາ​ນີ້, ທ່ານ​ກຼິສ​ໂຕ​ເຟີ ຮິ​ວ ຜູ້​ຊ່ອຍ​ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​, ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ຢູ່​ສິງກະ​ໂປ, ທ່ານ​ກັບ​ທ່ານ​ກິນ​ເກ​ກວານ ລັດຖະມົນຕີ​ຊ່ອຍ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ​ສ.ປ.ປເກົາຫຼີ, ​ຫົວ​ໜ້າ​ຄະນະ​ຜູ້ແທນ​ສ.ປ.ປ​ເກົາຫຼີ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ການ​ເຈ​ລະ​ຈາ 6 ຝ່າຍ.

ວັນ​ທີ 8 ​ເມສາ​ນີ້, ທ່ານ​ຮິ​ວກັບ​ທ່ານ​ກິນ​ເກ​ກວານ​ໄດ້​ຈັດ​ການ​ເຈລະຈາ​ຢູ່​ສິງ​ກະ​ໂປ. ຫຼັງການ​ເຈ​ລະ​ຈາ, ສອງ​ຝ່າຍ​ລ້ວນ​ແຕ່​ກ່າວວ່າ, ການ​ເຈລະຈາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ.