|
 |
(GMT+08:00)
2008-04-14 13:56:23
|
ພະເຖລະກ່າວປະນາມເຫດການຈະລາຈົນຢູ່ນະຄອນລາຊາ
cri
ຕາມຂ່າວ CRI: ຫວ່າງມໍ່ໆນີ້, ພະເຖລະບູມດີອຸບຂອງວັດຊຸມເຊັນລິງເຊິ່ງເປັນວັດພຸດທະສາສະໜາຕິເບດທີ່ໃຫຍ່ກວ່າໝູ່ຂອງແຂວງຢຸນນານໄດ້ກ່າວປະນາມຢ່າງຮຸນແຮງຕໍ່ເຫດການຈະລາຈົນ "14 ມີນາ" ທີ່ເກີດຢູ່ນະຄອນລາຊາ.
ພະເຖລະກ່າວວ່າ, ເວົ້າໃນດ້ານສາສະໜາແລ້ວ, ເຫດການຈະລາຈົນ ແມ່ນຂັດກັບຫຼັກສິນທຳພຸດທະສາສະໜາ. ການກະທຳທຸບຕີ, ປຸ້ນຈີ້, ແລະຈູດເຜົາຂອງພວກກະທຳຜິດໄດ້ຂັດກັບຫຼັກສິນທຳ. ໂດຍສະເພາະແມ່ນພະສົງຈຳນວນໜ້ອຍທີ່ສຸດກໍ່ໄດ້ເຂົ້າຮ່ວມເຫດການດັ່ງກ່າວ, ເຮັດໃຫ້ຄົນເສຍໃຈຫຼາຍ.
ພະເຖລະມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ການພັດທະນາຂອງປະເທດຊາດ, ແລະກໍ່ໄດ້ສະແດງຄວາມອວຍພອນຕໍ່ງານກິລາໂອລິມປິກປັກກິ່ງ.
|
|
|