ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-14 17:39:06    
ຊີຣີ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ຂອງ​ອີຣັກ​ຊ່ວຍ​ອີຣັກ​ຟື້ນ​ຟູ​ຄວາມ​ໝັ້ນ​ຄົງ​ແລະ​ສະຖຽນ​ລະ​ພາບ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 13 ​ເມສາ​ນີ້,ຢູ່​ນະຄອນຫຼວງດາມາສ ທ່ານ​ບາ​ຊາມ ອັບ​ດຸນ ມາ​ຈີດ ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ຊີຣີ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ໃກ້​ຄຽງ​ຂອງ​ອີຣັກຊ່ວຍ​ອີຣັກຟື້ນ​ຟູ​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບຢູ່​ພາຍ​ໃນ​ປະ​ເທດ.

ໃນ​ພິທີ​ໄຂ​ກອງ​ປະຊຸມ​ເທື່ອ​ທີ​ 2 ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ແລະ​ປະສານ​ງານ​ດ້ານ​ຄວາມ​ໝັ້ນຄົງ​ປະ​ເທດ​ໃກ້​ຄຽງຂອງ​ອີຣັກທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ​ເມສາ​ນີ້,ທ່ານ​ມາ​ຈີດ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ,ຈຸດປະ​ສົງ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ເພື່ອ​ຊ່ວຍ​ປະຊາ​ຊົນ​ອີຣັກ​ພົ້ນ​ອອກ​ຈາກ​ສະພາບ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ​ນີ້,ປົກ​ປັກ​ຮັກສາ​ເອກະ​ພາບ​ຂອງ​ອີຣັກ.

ທ່ານ​ມາ​ຈີດ​ກ່າວ​ວ່າ,ຊີຣີ​ໄດ້​ໃຊ້​ມາ​ດຕະ​ການ​​ເພີ່ມ​ທະວີ​ການ​ຄວບ​ຄຸມ​ຄວາມ​ໝັ້ນຄົງ​ຢູ່​ເຂດ​ຊາຍ​ແດນ​ຊີຣີອີຣັກ,​ເພີ່ມ​ສະຖານີ​ກວດ​ກາ​ຄົງ​ທີ່​ແລະ​​ເຄື່ອນ​ທີ່​ເພື່ອ​ບໍ່​ໃຫ້​ຄົນ​ຜິດ​ກົດໝາຍ​ແລະວັດຖຸເກືອດ​ຫ້າມ​ເຂົ້າດິນແດນ​ອີຣັກ.