ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-14 17:45:59    
ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບອາ​ຫານ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ການ​ຮັບ​ປະກັນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 14 ​​ເມສາ​ນີ້,ທ່ານ​ເວີ່​ຍຊາວ​ອ່ານ ລັດຖະ​ມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ກະ​ສິກຳ​ຈີນ​ກ່າວ​ວ່າ,ຈີນ​ສາມາດ​ຮັບປະກັນ​​ຜະລິດ​ຕະພັນ​ກະສິກຳ​ແລະ​ອາຫານ​ອັນພຽງພໍ​ແລະ​ປອດ​ໄພ​​ໃຫ້ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ໃນ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຮາງ​ໂຈ່ ພາກ​ໃຕ້​ຈີນ,ທ່ານ​ເວີ່​ຍຊາວ​ອ່ານ​ກ່າວ​ວ່າ,​ເພື່ອ​ຮັບປະກັນຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງງານ​ກິລາ​ໂອ​ລິ​ມປິກ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ,ລັດຖະບານ​ຈີນ​ໄດ້​ເພີ່ມ​ຄວາມ​ແຮງ​ຕິດຕາມ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານຄຸນ​ນະພາ​ບຜະລິດ​ຕະພັນ​ກະສິກຳ​ຕື່ມ​ອີກ,​ໄດ້​ເຜີຍ​​ແຜ່​ການ​ຜະລິດ​ທີ່​​ຕາມ​ມາດຕະຖານ,​ໄດ້​ສ້າງ​ລະບົບ​ຄວບ​ຄຸມ​ຄວາມ​ປອດ​ໄພ​ດ້ານຄຸນ​ນະພາ​ບຕະຫຼອດຂະ​ບວນການ​ຜະລິດ​ທີ່​"ຈາກ​ໄຮ່ນາ​ຈົນ​ຮອດ​ພາ​ເຂົ້າ"​ໂດຍ​ພື້ນຖານ​ແລ້ວ.ນັບ​ມາ​ຮອດ​ປະຈຸ​ບັນ,ລັດຖະບານ​ຈີນ​ໄດ້​ປະກາດ​ມາດຕະ​ຖານ​ລະດັບ​ຊາດ 100 ກວ່າ​ຂໍ້​ແລະ​ມາດຕະຖານ​ລະດັບຂະ​​ແໜງ​ການ 2900 ກວ່າ​ຂໍ້​ທີ່​ກ່ຽວ​ພັນ​ເຖິງ​ຄວາມ​ປອດ​ໄພ​ຂອງຜະລິດ​ຕະພັນ​ກະສິກຳ​ແລະ​ອາຫານ​ທີ່​ຖືມາດຕະຖານອາຫານ​ສາກົນເປັນ​ແບບຢ່າງ.