ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-14 17:54:04    
ທະນາຄານ​ໂລກ​ແລະIMF​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວ​ສະໜອງຄວາມ​ຊ່ວຍ​ເຫຼືອ​ທາງ​ທັນ​ຍາ​ຫານ​ໂດຍ​ດ່ວນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 13 ​ເມສາ​ນີ້,ຄະນະ​ກຳມາ​ທິການ​ພັດທະນາຮ່ວມຂອງ​ທະນາຄານ​ໂລກ​ແລະ​ອົງການ​ກອງ​ທຶນ​ສາກົນຫຼືIMF​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວສະໜອງ​ຄວາມ​ຊ່ວຍ​ເຫຼືອ​ທາງ​ທັນ​ຍາ​ຫານ​ໂດຍ​ດ່ວນ​​ແກ່​ປະ​ເທດ​ທີ່​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຍ້ອນ​ລາຄາ​ທັນ​ຍາ​ຫານ​​ແພງ​ຂຶ້ນ.

ວັນ​ທີ 13 ​ເມສາ​ນີ້,ພາຍ​ຫຼັງຈັດ​ກອງ​ປະຊຸມ​ລະດູ​ໃບ​ໄມ້​ປົ່ງຢູ່​ວໍ​ຊິງ​ຕັນ​ແລ້ວ,ຄະນະ​ກຳມາ​ທິການ​ດັ່ງກ່າວ​ໄດ້​ຖະ​ແຫຼ​ງວ່າ,ຢູ່​ປະ​ເທດ​ທີ່​ພວມ​ພັດທະນາ​ອັນ​ໄພສານ,ຄົນ​ທຸກ​ຍາກ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກ​ໜ່ວງ​ຍ້ອນ​ລາຄາ​ທັນຍາ​ຫານ​ແລະ​ພະ​ລັງງານ​ແພງ​ຂຶ້ນ.​ແຈ້ງການ​ຂຽນ​ວ່າ,ຊົມ​ເຊີຍ"ຂໍ້​ສະ​ເໜີ​ໃໝ່​ກ່ຽວ​ກັບ​ນະ​ໂຍບາຍ​ທັນ​ຍາ​ຫານທົ່ວ​ໂລກ"ຂອງ​ທ່ານ​ໂຣ​ເປີດ ​ໂຈ​ລິກ ປະທານ​ທະນາຄານ​​ໂລກ,ຄື ​ໃນ​ໄລຍະ​ມໍ່,​ສະໜອງ​ຄວາມ​ຊ່ວຍ​ເຫຼືອ​ທາງ​ທັນ​ຍາ​ຫານ​ໂດຍ​ດ່ວນ,​ໃນ​ໄລຍະ​ກາງ​ແລະ​ຍາວ,ຊຸກ​ຍູ້ປະ​ເທດ​ທີ່​ພວມ​ພັດທະນາ​ຍົກ​ສູງຄວາມ​ສາມາດ​ຜະລິດ​ທັນ​ຍາ​ຫານ.

ພ້ອມ​ກັນ​ນັ້ນ,​ແຈ້ງການ​ຍັງ​ຊີ້​ອອກ​ວ່າ,ທະນາ​ຄານ​ໂລກ​ແລະ​ອົງການ​ກອງ​ທຶນ​ສາກົນ​ຄວນກຽມພ້ອມ,​ເພື່ອ​ໃຫ້ການ​ຊີ້​ນຳ​ດ້ານ​ນະ​ໂຍ​ບາຍ​ແລະ​ຄວາມ​ຊ່ວຍ​ເຫຼືອ​ດ້ານ​​ເສດ​ຖະກິດ​ຢ່າງ​ທັນ​ການ​ແກ່​ປະ​ເທດ​ທີ່​ຖືກ​ຜົນ​ສະທ້ອນ​ຍ້ອນ​ລາຄາ​ທັນ​ຍາ​ຫານ​ແລະ​ພະ​ລັງ​ງານ​ແພງ​ຂຶ້ນ.​