ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-14 18:03:35    
ສື່​ມວນ​ຊົນ​ສປປ​ເກົາ​ຫລີ​ກ່າວ​ວ່າ​ສ.​ເກົາ​ຫລີ​ຕ້ອງ​ຮັບ​ຮູ້​ຄວາມ​ຫນັກ​ຫນ່ວງ​ຂອງ​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 14 ​ເມສາ​ນີ້ ຫນັງ​ສື​ພິມ​​ໂລ​ດົງ​ຊິນ​ມຸນ​ໄດ້​ພິມ​ບົດ​ວິຈານ​ກ່າວ​ວ່າ, ຖ້າ​​ເຈົ້າຫນ້າ​ທີ່​ສາ​ທາ​ລະ​ນະ​ລັດ​ເກົາຫລີ​ບໍ່​ເອົາ​ຫົວຊາ​ນຳ​ການ​ກ່າວ​ເຕືອນ​ຂອງ​ສາ​ທາ​ລະ​ນະ​ລັດ​ປະຊາຊົນ​ປະ​ຊາ​ທິ​ປະ​ໄຕ​ເກົາຫລີ, ຍຶດ​ຫມັ້ນ​ນະ​ໂຍບາຍ​ຕໍ່​ສາ​ທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ຂອງ​ເຂົາ​ຕໍ່​ໄປ​ແລ້ວ,ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ກໍ່​ຈະ​ເກີດ​ວິ​ກິດ​ການ​ຢ່າງ​ຫນັກຫນ່ວງ.​ເຈົ້າຫນ້າ​ທີ່​ສາທາລະນະ​ລັດ​ເກົາຫລີ​ຄວນ​ຮັບ​ຮູ້​ເຖິງ​ຄວາມ​ຫນັກຫນ່ວງ​ຂອງ​​ສະພາວະ​ການ.

ບົດ​ວິ​ຈານ​ກ່າວ​ວ່າ, ຖະ​ແຫລ​ງການ​ຮ່ວມ​ເຫນືອ​​ໃຕ້​ທີ່​ຜູ່​ນຳ​ສຸດ​ອຍດ​ຂອງ​ສອງ​ປະ​ເທດ​​ເຜີຍ​ແຜ່​ໃນ​ປີ 2000 ​ແລະ​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ພ້ອມ​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນຂອງ​ເຫນືອ​ໃຕ້​ທີ່​ເຜີຍ​ແຜ່​ໃນ​ປີ​ກາຍ​ນີ້​ແມ່ນ​ຫລັກ​ນະ​ໂຍບາຍ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ຂອງ​ຊາດ.ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ເກົາຫລີ​ບໍ່​ເອົາ​ຫົວຊາ​ນຳ​ຖະ​ແຫລ​ງການ​ສອງ​ສະ​ບັບ​ດັ່ງ​ກ່າວ, ວາງ​ນະ​ໂຍບາຍ​ຕໍ່​ສາ​ທາ​ລະ​ນະ​ລັດ​ປະຊາຊົນ​ປະ​ຊາ ທິ​ປະ​ໄຕ​ເກົາຫລີ​ທີ່​ວ່າ ​ເສັ້ນທາງ​​ເນັ້ນຫນັກ​ຜົນ​ປະ​ໂຫຍ​ດຕົວ​ຈິງ ປອດ​​ນິວ​ເຄຼຍ ​ເປີດ​ປະຕູ​ແລະສາມ​ພັນ,​ເຈດ​ຕະນາ​ປະຕິ​ເສດ​ຫມາກ​ຜົນ​ອັນປະ​ເສີດ​ທີ່​ໄດ້​ຮັບ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.ນີ້​ແມ່ນ​ສາ​ທາ​ລະ​ນະ​ລັດ​ປະຊາຊົນ​ປະ​ຊາ​ທິ​ປະ​ໄຕ​ເກົາຫລີ​ຮັບ​ເອົາ​ບໍ່​ໄດ້.

ບົດ​ວິຈານຣຽກຮ້ອງ​ໃຫ້​ລັດຖະບານ​ສາທາລະນະ​ລັດ​ເກົາຫລີ​ຈົ່ງ​ຍົກ​ເລີກ​ນະ​ໂຍບາຍ​ຕໍ່​ສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ທີ່​ຄັດຄ້ານ​ການ​ໂຮມ​ເປັນ​ເອກະ​ພາບ​ກັນ, ຖ້າ​ບໍ່​ດັ່ງນັ້ນ​ເຂົາ​ຕ້ອງ​ຫາບ​ແບກ​ຜົນ​ຮ້າຍຢ້ອນ​ຫລັງ​ທັງ​ຫມົດ​ທີ່​ເກີດ​ຂຶ້ນ​ຍ້ອນ​ນະ​ໂຍບາຍ​ດັ່ງກ່າວ.