ຕາມຂ່າວCRI:ຕອນບ່າຍວັນທີ13ເມສານີ້ຕາມເວລາທ້ອງຖິ່ນ,ທວນໄຟງານກິລາໂອລິມ ປິກປັກກິ່ງສົ່ງຕໍ່ຢູ່ນະຄອນຫຼວງດາເລັດຊາລາມຂອງຕັງຊານີ,ນີ້ແມ່ນບ່ອນທີ8ຂອງການສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງຢູ່ຕ່າງປະເທດ,ແລະກໍແມ່ນຕົວເມືອງພຽງແຫ່ງດຽວຂອງອາຟະລິກາທີ່ຈັດການສົ່ງຕໍ່ທວນໄຟ.ໃນລາຍການປັກກິ່ງ2008ມື້ນີ້,ເຊີນຟັງບົດແຈ້ງຂ່າວທີ່ນັກຂ່າວວິທະຍຸພວກເຮົາສົ່ງຄືນມາຈາກດາເລັດຊາລາມ.
ຂ້າພະເຈົ້າຢາກຮູ້ຕະຫຼອດມາວ່າ,ການຫຼິ້ນກິລາໄດ້ນຳເອົາຫຍັງມາໃຫ້ມະນຸດ?ໃນຊູ່ມື້ນີ້,ກິລາຫຼາຍຢ່າງໄດ້ກາຍເປັນອາຊີບແລ້ວ,ບາງຢ່າງກໍເປັນລາຍການລື້ນເລີງ,ບັດນີ້ມາຕັ້ງຄຳຖາມແບນີ້ຄືວ່າຕັ້ງແກ້ງຖາມຊື່ໆ,ເພາະວ່າຄຳຕອບງ່າຍໆ,ການຫຼິ້ນກິລາແມ່ນເພື່ອຜົນປະໂຫຍດດ້ານວັດຖຸ.ຂ້າພະເຈົ້າບໍ່ສົງໄສຄຳຕອບນີ້ຈັກເທື່ອ,ຈົນຮອດໄຟສັກສິດຂອງງານກິລາໂອລິມປິກປັກກິ່ງສົ່ງໄປຮອດອາຟະລິກາ,ສົ່ງໄປຮອດດາເຣັສຊາລາມຂອງຕັງຊານີ.
"ກາຍມື້ນີ້ແລະມື້ອື່ນ,ຂ້າພະເຈົ້າກໍຈະກັບບ້ານຈາກດາເຣັສຊາລາມແລ້ວ,ບ້ານຂອງຂ້ອຍຢູ່ພາກເໜືອຕັງຊານີ,ໄກຈາກທີ່ນີ້1ພັນກິໂລແມັດ."ຜູ້ເວົ້າຄວາມນີ້ແມ່ນຜູ້ສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງຜູ້ທຳອິດທີ່ນັກຂ່າວໄດ້ພົບຢູ່ດາເລັດຊາລາມ,ນັ້ນກໍຄືທ່ານຈອນ ໂຈເຊຟ ອາຣ໌ວາຣີ ວີລະຊົນແຫ່ງຊາດຕັງຊານີ.ໃນການແຂ່ງຂັນມາລາທອນຂອງງານກິລາໂອລິມປິກແມັກຊິກປີ1968,ເຖິງວ່າເພິ່ນໄດ້ບາດເຈັບແລ້ວ,ແຕ່ຍັງຍຶດໝັ້ນແລ່ນຮອດຈຸດໝາຍປາຍທາງ,ໃນທີ່ສຸດຖືກບັນທຶກເຂົ້າໃນປະຫວັດສາດໂອລິມ ປິກໃນຖານະເປັນ"ຜູ້ສຸດທ້າຍ",ແລະກໍໄດ້ກາຍເປັນຄວາມພາກພູມໃຈຂອງຕັງຊານີ.ຕາມເວົ້າກັນວ່າ,ຮູບຖ່າຍຂອງເພິ່ນຍັງແຂວນໄວ້ຢູ່ໃນຫ້ອງການຂອງປະທານາທິບໍດີຕັງຊານີ.ຂ້າພະເຈົ້າເກີດຄຳຖາມໃນທັນທີວ່າ,ໃນປະເທດທີ່ດ້ອຍພັດທະນາຄືຕັງຊານີ,ວິລະຊົນດ້ານກິລາ ຄືທ່ານອາຣ໌ວາຣີຈະໄດ້ຮັບຫຍັງຈາກກິລາ?
ປີ1958, ຂ້າພະເຈົ້າໄດ້ເຂົ້າຮ່ວມການແຂ່ງຂັນເທື່ອນີ້, ຂ້າພະເຈົ້າເປັນທີ40ໃນ70ຄົນ, ລາງວັນແມ່ນໂຄຄາໂຄລາແກ້ວໜຶ່ງ, ໃນເວລານັ້ນໂຄຄາໂຄລາແມ່ນສິ່ງທີ່ດີ, ຂ້າພະເຈົ້າແມ່ນຜູ້ທຳອິດທີ່ໄດ້ດື່ມໂຄລາໃນບ້ານ. ປີ1959ໃນການແຂ່ງຂັນນີ້ຂ້າພະເຈົ້າໄດ້ທີໜຶ່ງ, ລາງວັນແມ່ນຜ້າພົມຜືນໜຶ່ງ, ຕະກຽງໜ່ວຍໜຶ່ງ ເຫຼົ້າແກ້ວໜຶ່ງແລະ20ປອນສະເຕລິງ, ສຳລັບຂ້າພະເຈົ້າແລ້ວລາງວັນດັ່ງກ່າວມີມູນຄ່າຫຼາຍ. ຂ້າພະເຈົ້າໄດ້ລາງວັນຫຼາຍທີ່ສຸດແມ່ນໃນການແຂ່ງຂັນແລ່ນມາລາທອນສາກົນທີ່ຈັດຂຶ້ນຢູ່ເກຼັກໃນປີ1963, ຂ້າພະເຈົ້າເປັນທີສອງ, ມີຂັນລາງວັນ ໃບຢັ້ງຢືນແລະ1000ໂດລາ. ເຈົ້າໜ້າທີ່ລັດຖະບານເວົ້າກັບຂ້າພະເຈົ້າວ່າເງິນກ້ອນນີ້ຈະຊ່ອຍພັດທະນາວຽກງານກິລາ, ສະນັ້ນຂ້າພະເຈົ້າກໍ່ບໍລິຈາກໄປແລ້ວ.
ກິລາໄດ້ໃຫ້ສິ່ງຂອງໃຫ້ທ່ານອັກວາຣີໜ້ອຍບໍ່?ແມ່ນແທ້ໜ້ອຍທີ່ສຸດ. ເຖິງວ່າທ່ານມີຖານະເປັນ" ວີລະຊົນໂອລິມປິກ"ກໍ່ບໍ່ໄດ້ມີການປ່ຽນແປງໃນດ້ານຊີວິດການເປັນຢູ່ຄືກັນກັບດາລາກິລາໃນຊູ່ມື້ນີ້. ໃນ40ປີມານີ້, ທ່ານບໍ່ມີຊື່ສຽງດົງດັງປານໃດແລະກໍ່ບໍ່ໄດ້ຜົນປະໂຫຍດພິເສດຫຍັງ, ທ່ານຍັງເປັນຊາວກະສິກອນໃນບ້ານເກີດ, ປູກໝາກຖົ່ວ, ດຳລົງຊີວິດແບບກະທັດຮັດທີ່ກຸ້ມຕົນເອງ. ແຕ່ວ່າເມື່ອໄຟສັກສິດງານກິລາໂອລິມປິກປັກກິ່ງໄປຮອດນະຄອນຫຼວງດາຣັສ ຊາລາມ, ພີ່ນ້ອງຮ່ວມຊາດຂອງທ່ານເຮັດໃຫ້ນັກຂ່າວສົງໄສຄວາມເຂົ້າໃຈຂອງຕົນກ່ຽວກັບຄຳສັບທີ່ວ່າຫຼາຍກັບໜ້ອຍ.
ວັນທີ13ເມສານີ້ຢູ່ນະຄອນຫຼວງດາຣັສ ຊາລາມ, ຫຼາຍໝື່ນຄົນຫຼັ່ງໄຫຼ່ໄປຖະໜົນຫົນທາງ, ບົນເສັ້ນທາງສົ່ງຕໍ່ທີ່ຍາວ5ກິໂລແມັດນັ້ນ, ເຂົາເຈົ້າໄດ້ແຫ່ທວນໄຟຕິດຕາມທວນໄຟຢ່າງໃກ້ຊິດ, ຊຸກຍູ້ໄຟສັກສິດງານກິລາໂອລິມປິກໃຫ້ສົ່ງຕໍ່ໄປທາງໜ້າຢ່າງສະດວກ. ຕາມແຜນການ, ການສົ່ງຕໍ່ທວນໄຟຈະໃຊ້ເວລາ2ຊົ່ວໂມງ, ໃນທີ່ສຸດໃຊ້ເວລາພຽງແຕ່1ຊົ່ວໂມງເຄິ່ງກໍ່ໄດ້ໄປຮອດຈຸດໝາຍປາຍທາງ, ນີ້ແມ່ນບໍ່ເຄີຍມີມາກ່ອນໃນການສົ່ງຕໍ່ຫຼາຍເທື່ອທີ່ຜ່ານມາ. ທ່ານຊູ່ອິງຜູ ໂຄສົກຖະແຫຼງຂ່າວແຫ່ງການສົ່ງຕໍ່ໄຟສັກສິດນອກແດນຈີນ, ມີຄວາມຕື່ນເຕັ້ນໃຈຍ້ອນຄວາມກະຕືລືລົ້ນອັນແຮງກ້າຂອງປະຊາຊົນຕັງຊານີຕໍ່ງານກິລາໂອລິມປິກແລະກິລາຄືກັນກັບພວກເຮົາ.
"ຢູ່ຕາມຖະໜົນມີຂຸມນ້ຳໃຫຍ່ຫຼາຍຂຸມ, ນັກຂ່າວໄດ້ເຫັນເດັກນ້ອຍຫຼາຍຄົນເມື່ອຮອດຂຸມນ້ຳ,ກໍ່ຟ້າວປົດເກີດແລະຖົງຕີນອອກ,ກໍ້ສົ້ງຂຶ້ນ,ຍ່າງຂ້າມຂຸມ, ແລ້ວກໍ່ຟ້າວໃສ່ເກີບແລະຖົງຕີນ,ສືບຕໍ່ແລ່ນຕາມທວນໄຟ…… ພວກເຮົາໄດ້ຮູ້ສຶກເຖິງຄວາມກະຕືລືລົ້ນຂອງປະຊາຊົນອາຝຼິກາຢ່າງແທ້ຈິງ, ມື້ນີ້ໄດ້ຮັບຜົນເຕັມແມັດເຕັມໜ່ວຍ."
ວັນທີ 13 ເມສານີ້, ຢູ່ນະຄອນຫຼວງດາເຣັສ ຊາລາມ, ຂ້າພະເຈົ້າຢູ່ໃນກະແສຄົນຢ່າງຫຼວງຫຼາຍຫຼາຍເທື່ອ, ມຸ່ງໜ້າໄປສູ່ທິດດຽວໂດຍອັດຕາໂນມັດ, ທິດມຸ່ງໜ້າໄດ້ປ່ຽນແປງເລື້ອຍໆ, ແຕ່ເປົ້າໝາຍພັດບໍ່ໄດ້ປ່ຽນຈັກເທື່ອ, ນັ້ນກໍ່ຄືໄຟສັກສິດຂອງງານກິລາໂອລິມປິກປັກກິ່ງ ແປວໄຟທີ່ແຈ້ງສະຫວ່າງຢູ່ໃຕ້ແສງແດດ. ໃນເວລາຮູ້ສຶກຕື່ນເຕັ້ນທີ່ສຸດ,ຂ້າພະເຈົ້າອົດຖາມຕົນເອງບໍ່ໄດ້ອີກວ່າ: ງານກິລາໂອລິມປິກແລະກິລາໄດ້ນຳເອົາຫຍັງໃຫ້ເຂົາເຈົ້າ?ຈຶ່ງເຮັດໃຫ້ເຂົາເຈົ້າມີຄວາມກະຕືລືລົ້ນຫຼາຍປານນີ້? ທ່ານກູລາມເອ ຣາຊິດ ປະທານຄະນະກຳມະການໂອລິມປິກຕັງຊານີບອກນັກຂ່າວວ່າ: "ກິລາໄດ້ນຳເອົາທຸກສິ່ງທຸກຢ່າງໃຫ້ແກ່ປະຊາຊົນຂອງພວກຂ້າພະເຈົ້າ. ກໍ່ຄືຮອງປະທານາທິບໍດີຂອງພວກຂ້າພະເຈົ້າເຄີຍເວົ້າວ່າ,ຫຼິ້ນກິລາສາມາດເຮັດໃຫ້ຄົນມີສຸຂະພາບແຂງແຮງ,ສ້າງການພົວພັນອັນດີງາມລະຫວ່າງປະເທດແລະປະຊາຊົນ, ພວກເຮົາຈຶ່ງສາມາດເຂົ້າໃຈກັນໄດ້,ກໍ່ຄືຍ້ອນງານກິລາໂອລິມປິກ,ພວກຂ້າພະເຈົ້າຈຶ່ງມີໂອກາດໄປປັກກິ່ງ."
ທ່ານຈອນ ໂຈເຊຟ ອັຮວາຣີ ທີ່ດຽວນີ້ອາຍຸເຖົ້າແລ້ວບອກນັກຂ່າວວ່າ, ຊີວິດທຳມະດາບໍ່ໄດ້ເຮັດໃຫ້ທ່ານລືມກິລາ,ກິລາຈະເອົາຫຍັງໃຫ້ທ່ານບໍ່ສຳຄັນ,ສິ່ງສຳຄັນນັ້ນແມ່ນ,ກິລາໄດ້ກາຍເປັນຊີວິດຂອງທ່ານ:
"ຂ້າພະເຈົ້າໄປຫຼິ້ນກິລາທຸກມື້, ໄປແລ່ນທົນ, 5 ກິໂລເມັດຫຼື 10 ກິໂລເມັດ. ຂ້າພະເຈົ້າຢາກແລ່ນຍາມໃດກໍ່ແລ່ນຍາມນັ້ນ,ຕອນເຊົ້າກໍ່ໄດ້, ຕອນແລງກໍ່ໄດ້——ແຕ່ຂ້າພະເຈົ້າມັກແລ່ນຄືແນວນີ້ແຫຼະ."
|