ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-15 16:13:55    
ທ່ານ​ຊາ​ມາ​ຣານຈ໌​ກ່າວ​ວ່າ,​ການ​ສວຍ​ໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ມາ​ຄັດ​ຄ້ານ​ຈີນ​ແມ່ນ​ບໍ່​ທ່ຽງ​ທຳ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ໃຫ້ສຳພາດຕໍ່ໜັງສືພິມ​ສະບັບໜຶ່ງ​ຂອງ​ແອສ​ປາຍ,​ທ່ານ​ຮວນ ອານ​ໂຕ​ນິ​ໂອ ຊາ​ມາ​ຣານຈ໌ ປະ​ທານ​ກິ​ຕິ​ມະ​ສັກ​ຕະ​ຫຼອດ​ຊີ​ວິດ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ,​ການ​ສວຍ​ໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ມາ​ຄັດ​ຄ້ານ​ຈີນ​ນັ້ນ​ແມ່ນ​ບໍ່​ທ່ຽງ​ທຳ,​ແລະ​ເຊື່ອ​ໝັ້ນ​ວ່າ ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຍ່ອມ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​​ແນ່​ນອນ.

ທ່ານ​ຊາ​ມາຣານຈ໌ຊີ້​ອອກ​ວ່າ,ການຂວ້ຳບາດງານ​ກິລາ​ໂອ​ລິ​ມປິກ​ໃນ​ທີ່​ສຸດ​ແມ່ນ​ໄດ້​ລົງ​ໂທດ​ນັກ​ກິ​ລາ​ຂອງ​ປະ​ເທດທີ່​ຂວ້ຳບາດ,ການ​ເມືອງ​ແມ່ນ​ການ​ເມືອງ,ກິລາ​​ແມ່ນ​ກິລາ,ບໍ່​ຄວນ​ສວຍ​ໃຊ້​ງານ​ກິ​ລາ​ໂອ​ລິ​ມປິກ.

ທ່ານ​ຊາ​ມາຣານຈ໌ກ່າວ​ວ່າ,ທ່ານຮັບ​ຮູ້​ຈີນ​ໄດ້​ຫຼາຍປີ​ແລ້ວ,​ແລະ​ໂຄລົບ​ນັບຖື​ຈີນ​ຫຼາຍ,ຈີນ​ບໍ່​ຄວນ​ຖືກ​ລົງ​ໂທດ​ຫຍັງ​ເລີຍ.ທ່ານ​ກ່າວ​ວ່າ,​ລວມ​ທັງ​ຂົງ​ເຂ​ດກິລາ,ຈີນ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​​ໃຫຍ່​ຫຼວງ​ແລະ​ໄດ້​ເກີດ​ການ​ປ່ຽນ​ແປງ​ປານ​ປິ້ນ​ຟ້າ​ຂວ້ຳ​ແຜ່ນ​ດິນ.​ຈີນ​ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ທີ່​ມີ​ປະ​ຊາ​ກອນ​ເກືອບ1​ສ່ວນ​4ຂອງ​ໂລກ​ມີ​ສິດ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ.​ທ່ານ​ເຊື່ອ​ໝັ້ນ​ວ່າ ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ແນ່​ນອນ.