ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-15 17:51:20    
ຈີນ​ຈະ​ຕັ້ງ​ຫນ້າ​ຊຸກ​ຍູ້​ແຜນ​ການ​ຮ່ວມ​ມື​ວິ​ທະ​ຍາ​ສາດ​​ເຕັກ​ນິກ​ດ້ານ​ພະ​ລັງ​ງານ​ທີ່​ເກີດ​ໃຫມ່​ໄດ້​ແລະ​ພະ​ລັງ​ງານ​ໃຫມ່​ກັບ​ສາ​ກົນ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 15 ​ເມສາ​ນີ້ ຢູ່ປັກ​ກິ່ງ​ໄດ້​ຈັດ​ງານ​ສຳ​ມະ​ນາ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ໃນ​ດ້ານ​ພະລັງງານ ພະລັງງານ​ທີ່​ເກີດ​ໃຫມ່​ໄດ້​ແລະ​ພະລັງງານ​ໃຫມ່​ກັບ​ສາກົນ,ນັກ​ຂ່າວ​ຮູ້​ວ່າ, ຈີນ​ຈະຕັ້ງຫນ້າ​ຊຸກ​ຍູ້​ແຜນການ​ຮ່ວມ​ມື​ວິທະຍາສາດ​ເຕັກນິກ​ດັ່ງກ່າວ​ກັບ​ສາກົນ.

​ແຜນການ​ດັ່ງກ່າວຈະ​ຈັດ​ເອົາ​ການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ຕາ​ເວັນ​ກັບ​ສ້າງ​ສິ່ງ​ກໍ່ສ້າງພະລັງ​ຕາ​ເວັນ​ເປັນອັນ​ດຽວ​ກັນ ວັດຖຸ​ເຊື້ອ​ໄຟຊີວະ​ຊາດ​ກັບການ​ຜະລິດ​ໄຟຟ້າ​ດ້ວຍວັດຖຸ​ຊີວະ​ຊາດ,ການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ລົມ ຖ່ານ​​ໄຟ​ພະລັງ​ອິ​ໂດຼ​ແຊນ​ແລະ​ວັດຖຸ​ເຊື້ອ​ໄຟ ​ແລະ​ວັດຖຸ​ສັງ​ເຄາະດ້ວຍ​ອາຍ​ແກ​ສທຳ​ມະ​ຊາດ​ກັບ​ນ້ຳ​ເປັນ​ຂົງ​ເຂດ​ພັດທະນາກ່ອນ.

ກະຊວງ​ວິທະຍາສາດ​​ເຕັກນິກແລະ​ຄະນະ​ກຳມະການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ຍັງ​ໄດ້​ຈັດ​ວາງທຶນ​ສະ​ເພາະ,ພ້ອມ​ທັງ​ໄດ້​ດຶງ​ດູດ​ທຶນ​ຈາກ​ລັດຖະບານ​ຕ່າງປະ​ເທດ​ແລະ​ອົງການ​ຈັດຕັ້ງສາກົນ, ​ເພື່ອຮ່ວມ​ກັນ​ຊຸກ​ຍູ້​ການ​ປະຕິບັດ​ແຜນການ​ດັ່ງກ່າວ.