ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-15 17:53:56    
ກອງ​ສຳ​ຫລວດ​ວິ​ທະ​ຍາ​ສາດ​ຂົ້ວ​ໂລກ​ໃຕ້​ຄັ້ງ​ທີ 24 ຂອງ​ຈີນ​ກັບ​ຄືນ​ປະ​ເທດ​ຢ່າງ​ໄດ້​ຮັບ​ຜົນ​ສຳ​ເລັດ

cri
ຕາມ​ຂ່າວສານ​ຊີ​ນຮວາ: ​ໂດຍ​ຜ່ານ​ການ​ທົດ​ສອບ​ຈາກ​ລົມ​ແຮງຟອງ ຮ້າຍແລະ​ຫິມະ​ທີ່​ຫນາວ​ຈັດ,ກອງ​ສຳ​ຫລວດ​ວິທະຍາສາດຂົ້ວ​ໂລກ​ໃຕ້​ຄັ້ງທີ 24 ຂອງ​ຈີນ​ໄດ້​ສຳ​ເລັດ​ຫນ້າ​ທີ່​ທຸກ​ລາຍດ້ວຍ​ຜົນ​ອັນ​ງົດ​ງາມ​ແລ້ວກັບ​ຄືນ​ປະ​ເທດຢ່າງ​ມີ​ໄຊ.ວັນ​ທີ 15 ​ເມສາ​ນີ້ ກອງ​ສຳ​ຫລວດ​ວິທະຍາສາດໄດ້​ເດີນທາງ​ກັບ​ມາ​ຮອດ​ທ່າ​ກຳ​ປັ່ນ​ຖານ​ສຳ​ຫລວດ​ຂົ້ວ​ໂລກ​ຂອງ​ຈີນຢູ່​ນະຄອນ​ຊຽງ​ໄຮ້.

​ເທື່ອ​ນີ້ກອງສຳ​ຫລວດລວມ​ໄດ້​ສຳ​ເລັດຫນ້າ​ທີ່​ການ​ສຳ​ຫລວດວິທະ ຍາສາດ 46 ລາຍ​ແລະ​ຫນ້າ​ທີ່ອຳນວຍ​ຄວາມ​ສະດວກ 11 ລາຍ.​ ​ໃນ​ວັນ​ທີ 12 ມັງກອນ​ປີ 2008, ສະມາຊິກ​ກອງ​ສຳ​ຫລວດ 17 ຄົນ​ໄດ້​ປິນຂຶ້ນ​ໄປ​ຮອດ​ຈຸດ​ສູງ​ສຸດ​ຂອງຝາ​ນ້ຳກ້າມ​​ແຜ່ນດິນ​ຂົ້ວ​ໂລກ​ໃຕ້​ທີ່​ສູງ​ກວ່າ​ຫນ້າ​ນ້ຳ​ທະ​ເລ 4093 ​ແມັດ​ເປັນຄັ້ງທີ​ສອງ​ໃນ​ປະຫວັດ ສາດ​ມວນ​ມະນຸດ​,​ໄດ້​ຮັບ​ຫມາກຜົນທີ່ຜູ່​ອື່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຂົງ​ເຂດ​ວິທະຍາສາດ​ແນວ​ຫນ້າ.

​ໃນ​ການ​ສຳ​ຫລວດ​ຂົ້ວ​ໂລກ​ໃຕ້, ກຳ​ປັ່ນ​ຊຸຍ​ລົງ​ໄດ້​ຊ່ວຍ​ຂົນ​ສົ່ງ​ວັດ​ສະ​ດຸ​ກໍ່ສ້າງ​​ໃຫ້ສະຖານີ​ສຳ​ຫລວດ​ຂອງສາທາລະນະ​ລັດ​ເກົາຫລີ;​ໃນ​ການ​ສຳ​ຫລວດ​ແຜ່ນດິນ​ຂົ້ວ​ໂລກ​ໃຕ້, ຈີນ​​ໄດ້ຮ່ວມ​ມມື​ກັບ​ອົງການ​ຄົ້ນຄວ້າ​ຂອງ​ອົສຕຼາລີ​ແລະ​ອາ​ເມ​ລິ​ກາ, ​ຕິດຕັ້ງອຸປະ​ກອນ​ສັງ​ເກດ​ດາລາສາດ ຟິຊິກ​ຫນ່ວຍ​ໂລກ​ແລະ​​ເຄື່ອງ​ວັດ​ແທກອຸຕຸນິຍົມ,​ເຮັດ​ໃຫ້ການ​ສຳ​ຫລວດ​​ຂົ້ວ​ໂລກ​ໃຕ້​ຂອງ​ຈີນ​ໄດ້​ມີ​ການຮ່ວມ​ມື​ກັບ​ສາກົນ​ຢ່າງ​ກວ້າງຂວາງ.