|
 |
(GMT+08:00)
2008-04-15 20:23:08
|
ພະນັກງານເຜົ່າຕິເບດແມ່ນຫຼັກແຫຼ່ງຂອງຖັນແຖວພະນັກງານຕິເບດຕະຫຼອດ
cri
ຕາມຂ່າວສານຊີນຮວາ, ພະນັກງານຊົນເຜົ່າທີ່ຖືເຜົ່າຕິເບດເປັນຫຼັກແຫຼ່ງນັ້ນໄດ້ກາຍເປັນກຳລັງຫຼັກແຫຼ່ງຂອງຄະນະນຳຂັ້ນຕ່າງໆແລະຖັນແຖວພະນັກງານຂອງເຂດຕິເບດ, ເຂົາເຈົ້າໄດ້ເສີມຂະຫຍາຍບົດບາດສຳຄັນໃນວຽກງານພັດທະນາສ້າງສາເຂດຕິເບດ.
ສະຖິຕິສະແດງໃຫ້ເຫັນວ່າ, ໃນພະນັກງານຂັ້ນແຂວງຂອງເຂດຕິເບດ, ເຜົ່າຕິເບດແລະຊົນເຜົ່າສ່ວນໜ້ອຍອື່ນໆໄດ້ກວມຫຼາຍກວ່າ70%. ຢູ່ເຂດຕິເບດຜູ້ນຳສຳຄັນໃນຄະນະພັກ ສະພາຜູ້ແທນປະຊາຊົນ ອົງການປົກຄອງແລະສະພາປຶກສາການເມືອງຂອງ70ກວ່າເມືອງ ພ້ອມດ້ວຍເລຂາຄະນະພັກ ນາຍຕາແສງຂອງ680ກວ່າຕາແສງ, ພະນັກງານເຜົ່າຕິເບດແລະຊົນເຜົ່າສ່ວນໜ້ອຍອື່ນໆກໍ່ໄດ້ກວມຫຼາຍກວ່າ80%.
ນັບມາຮອດທ້າຍປີ2007, ຢູ່ເຂດຕິເບດມີນັກວິຊາການຊົນເຜົ່າສ່ວນໜ້ອຍທີ່ຖືເຜົ່າຕິເບດເປັນຫຼັກລວມ3ໝື່ນ5ພັນກວ່າຄົນ, ກວມຍອດຈຳນວນ76%.
|
|
|