ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-16 14:36:38    
ປະ​ຊາ​ຊົນ​ຍີ່​ປຸ່ນ​ຍິນ​ດີ​ຕ້ອນ​ຮັບ​ປະ​ທານ​ປະ​ເທດ​ຈີນ​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ຟົດ​ຟື້ນ

cri
ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 15 ​ເມສາ​ນີ້, ຢູ່​ທີ່​ປັກ​ກິ່ງ, ຄະນະ​ຜູ້​ແທນ​ພັກ​ກຳອຳນາດ​ຍີ່​ປຸ່ນກ່າວ​ວ່າ, ພັກ​ກຳ​ອຳນາດ​ຍີ່​ປຸ່ນ​ແລະ​ປະຊາຊົນ​ຍີ່​ປຸ່ນ​ຍິນ​ດີ​ຕ້ອນ​ຮັບ​ທ່ານ ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄປ​ຢ້ຽມຢາມ​ຍີ່​ປຸ່ນຢ່າງ​ຟົດ​ຟື້ນ, ​ແລະ​ອວຍພອນ​ດ້ວຍ​ຄວາມ​ຈິງ​ໃຈ​ໃຫ້ການ​ໄປ​ຢ້ຽມຢາມ​ເທື່ອ​ນີ້​ຈົ່ງ​ໄດ້​ສຳ​ເລັດ​ຜົນ​ແລະ​ໄດ້​ຮັບ​ໝາກຜົນ​ຢ່າງອຸດົມ​ສົມບູນ.

ວັນ​ທີ 15 ​ເມສາ​ນີ້, ຄະນະ​ຜູ້​ແທນ​ພັກ​ກຳ​ອຳນາດ​ຍີ່​ປຸ່ນທີ່​ນຳ​ໂດຍ​ທ່ານ​ອິບູຄີ ບຸນ​ເມອີ ​ເລຂາທິການ​ໃຫຍ່​ພັກ​ເສລີ​ປະຊາ​ທິປະ​​ໄຕ​ຍີ່​ປຸ່ນ​ແລະ​ທ່ານ​ຄີ​ທາ​ກາ​ວາ ຄາ​ຈູ​ໂອ ​ເລຂາທິການ​ໃຫຍ່​ໂອ່​ນຳ​ໂດຍ​ທ່ານ​ອິບູຄີ ບຸນ​ເມີຍ ຫົ​ພັກ​ໂຄ​ເມ​ອີຍີ່​ປຸ່ນ​ໄດ້​ເດີນທາງ​ມາ​ຮອດ​ປັກ​ກິ່ງ​ເລີ່​ມຢ້ຽມຢາມ​ຈີນ​ເປັນ​ເວລາ​ສອງ​ວັນ. ​​ທ່ານ​ອິບູຄີ ບຸນ​ເມ​ອີກັບ​ທ່ານ​ຄີ​ທາ​ກາ​ວາ ຄາ​ຈູ​ໂອ​​ແມ່ນກ່າວ​ຄວາມ​ເ​ວົ້າດັ່ງກ່າວ​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຕ້າຍ​ປີງ​ກົວ ທີ່​ປຶກສາ​ແຫ່ງ​ລັດຈີນ. ​ພວກ​ທ່ານ​ກ່າວ​ວ່າ, ພັກ​ກຳອຳນາດ​ຍີ່​ປຸ່ນຍິນ​ດີ​ທຳ​ຄວາມ​ພະຍາຍາມ​ອັນ​ຕັ້ງໜ້າ​ເພື່ອ​ການ​​ໄປ​ຢ້ຽມຢາມ​ຍີ່​ປຸ່ນຂອງ​ທ່ານ​ຫູ​ຈີນ​ທາວ.

ທ່ານ​ຕ້າຍ​ປີງ​ກົວ​ກ່າວ​ວ່າ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມຢາມ​ຍີ່​ປຸ່ນ​ໃນ​​ໄວໆ​ນີ້, ການ​​ຢ້ຽມຢາມ​​ເທື່ອ​ນີ້​ມີ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່​ແລະ​ເລິກ​ເຊິ່ງຕໍ່​ການ​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ແລະ​ວາງ​ແຜນການ​ຍາວ​ໄກ​ເພື່ອ​ຂະ​ຫຍາຍ​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ. ຫວັງ​ໃຫ້​ສອງ​ຝ່າຍ​ກຳ​ໂອກາດ, ທຳ​ຄວາມ​ພະຍາຍາມ​ພ້ອມ​ກັນ, ​ຕັ້ງ​ໃຈເຮັດ​ວຽກ​ງານ​ກະກຽມ​ຕ່າງໆ​ໃຫ້​ດີ, ຮັບ​ປະ​ກັນ​ໃຫ້​ການ​ຢ້ຽມ​ຢາມ​ສຳ​ເລັດ​ຜົນ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.