ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-16 14:39:55    
ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ສຳ​ນຶກ​ຄືນ​ຕໍ່​ການ​ກະ​ທຳ​ບໍ່​ສະ​ຫຼາດ​ຂອງ​ບຸກ​ຄົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳ​ນວນ​ໜ້ອຍ​ໃນ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ

cri
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້, ສື່​ມວນ​ຊົນ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​​ເລີ່​ມສຳ​ນຶກຄືນ​​ໃໝ່​ຕໍ່ການ​ກະທຳ​ບໍ່​ສະຫຼາດຂອງ​ປະຊາ​ຊົນ​ແລະ​ຜູ້ນຳ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​​ໜຶ່ງ​ໃນ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ.

ໜັງສືພິມ​ກູ​ຟນິວສ ໜັງ​ສື​ພິມ​ພາສາ​ອັງກິດ​ໃຫຍ່​ທີ່​ສຸດ​ຂອງ​ເຂດ​ອ່າວ​ເປີ​ເຊຍ​ສະບັບວັນ​ທີ 14 ​ເມສາ​ນີ້ໄດ້​ພິມ​ບົດ​ຄວາມ​ວິຈານ​ໂດຍ​ຂຽນ​ວ່າ: ຈີນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ ຄື​ວ່າ​ໄດ້​​ໃຫ້​​ໂອກາດ​ແກ່​ຜູ້ນຳ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜ້ອຍ​ໃນ​ການ​ສະ​ແດງ​ມາດຕະຖານ​ມະນຸດ​ສະທຳ, ຫຼັກການ​ສິດທິ​ມະນຸດ​ແລະ​ທ່າ​ທີ​ອວດອົ່ງ​ຂອງ​ຕົນ. ​ແຕ່​ວ່າ, ນອກຈາກ​ຈະ​ທຳລາຍ​ງານ​ກິລາ​ມະ​ໂຫລານ​ທີ່ 4 ປີ​ຈັດ​ຂຶ້ນເທື່ອ​ໜຶ່ງ​ທີ່​ປະຊາຊົນ​ສາມັນ​ແລະ​ນັກ​ກິລາ​ປະ​ເທດ​ຕ່າງໆ​ຄອງ​ຄອຍ​ນັ້ນ​ແລ້ວ, ບໍ່​ມີ​ຄວາມ​ໝາຍ​ຈັກ​ເມັດ.

ໜັງສືພິມ​ເດິວອລສຕຣິດ​ໂຈ​ໂນນ ສະບັບ​ວັນ​ທີ 15 ​ເມສາ​ນີ້​ໄດ້​ພິມ​ບົດ​ສຳພາດ​ນາງ​ຊູ​ຊານ ​ບຼາງ​ເນວ ນັກປາດ​ອາ​ເມ​ລິ​ກາ​ທີ່​ຢູ່​ຈີນ. ນາງ​ເຫັນ​ວ່າ, ຄົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​ເບີ່ງ​ຂ້າມ​ຄວາມ​ກ້າວໜ້າ​ຂອງ​ຈີນ​ທີ່​ໄດ້​ຮັບ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ. ນາງ​ເວົ້າ​ວ່າ, ຢູ່​ຈີນ, ທ່ານ​ຈະ​ໄດ້​ເຫັນ​ຄວາມ​ກະຕືລື​ລົ້ນ​ອັນ​ຕັ້ງໜ້າ, ​ອຸດົມ​ຄະຕິ​ແລະ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມຕໍ່​ອະນາຄົດ. ​ແຕ່ວ່າ, ​ເມື່ອ​ທ່ານ​ສັງ​ເກດ​ເບີ່​ງຕ່າງ​ປະ​ເທດ, ​ພາບ​ພົດ​ຂອງ​ຈີນ​ພັດ​ຖືກ​ທຳຮ້າຍ​ແລ້ວ.