ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-16 15:53:53    
ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ຫູ​ຈີນ​ທາວ​ກັບ​ທ່ານ​​ເຊຍ​ວ້ານ​ຊາງ​ມີ​ຄວາມ​ຫມາຍ​ຕັ້ງ​ຫນ້າ​ທີ່​ສຳ​ຄັນ

cri
ຕາມ​ຂ່າວ cri:ວັນ​ທີ 16 ​ເມສາ​ນີ້ ຢູ່​ປັກ​ກິ່ງ,ທ່ານ​ລີ​ເວີຍ​ອີ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ທ່ານ​ຫູ​ຈີນ​ທາວ​ກັບ​ທ່ານ​ເຊຍ​ວ້ານຊາງ​ພົບ​ປະກັນ​ຢູ່​ເມືອງ​ໂປອາວ​ຂອງ​ແຂວງ​ໄຫ​ຫລຳ,ມີ​ຄວາມ​ຫມາຍ​ຕັ້ງຫນ້າ​ທີ່​ສຳຄັນ​ທີ່​ສຸດ​ຕໍ່​ການ​ປົວ​ແປງ​ແລະ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ສອງ​ຝັ່ງ​ໃຕ້​ສະຖານະ​ການ​ໃຫມ່.

ທ່ານ​ລີ​ເວີຍ​ອີ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມຂ່າວ​ທີ່​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຈັດ​ຂຶ້ນ.ທ່ານ​ຊີ້​ອອກ​ວ່າ, ​ໃຕ້​ສະພາບ​ການ​ໃຫມ່, ​ເມື່ອ​ສອງ​ຝ່າຍ​ພ້ອມ​ກັນ​ພະຍາຍາມ, ຜ່ານ​ການ​ປຶກສາ​ຫາລື​ກັນ, ການບິນ​ໂດຍ​ກົງ​ລະຫວ່າງ​ສອງ​ຝັ່ງ​​ແລະ​ປະຊາຊົນ​ຢູ່​ແຜ່ນດິນ​ໃຫຍ່​ໄປ​ທ່ອງ​ທ່ຽວ​ຢູ່​ໄຕ້​ຫວັນ​ຈະ​ບັນລຸ​ຜົນ​ເປັນ​ຈິງ​​ໂດຍ​ໄວ​ໄດ້.

​ໃນ​ກອງ​ປະຊຸມ​ຂ່າວ, ນາງ​ຕິ່ງ​ລູ້ ຫົວຫນ້າ​ກົມ​ການ​ເສັງ​ດ້ານ​ຕຸລາການ​ຂອງ​ກະຊວງ​ຕຸລາການ​ຈີນ​​ເຜີຍ​ແຜ່​ວ່າ, ​ເລີ່​ມ​ແຕ່ປີ​ນີ້​ໄປ, ​ຄົນ​ໄຕ້​ຫວັນ​ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ດ້ານ​ຖານະ​ແລະ​ດ້ານ​ການ​ສຶກກໍ່ສາ​ສາມາດ​ເຂົ້າຮ່ວມ​ການ​ເສັງ​ດ້ານ​ຕຸລາການ​ຂອງ​ແຜ່ນດິນ​ໃຫຍ່,ກະຊວງ​ຕຸລາການ​ຈະ​ເລືອກ​ເອົາ​ຕົວ​ເມືອງ​ດ່ານຊາຍ​ແດນ​ທີ່​ເຫມາະ​ສົມ, ຈັດຕັ້ງບ່ອນ​ສະ​ເຫ​ນີຊື່​ແລະ​ບ່ອນ​ເສັງ​ໂດຍ​ສະ​ເພາະ.