ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-16 16:01:04    
"ຂ້າ​ພະ​ເຈົ້າ​ຍິນ​ດີ​ໂຄ​ສະ​ນາ​ຈີນ​ຕໍ່​ຄົນ​ຫຼາຍ​ກວ່າ​ເກົ່າ"——ສຳ​ພາດ​ຜູ້​ຊ່ຽວ​ຊານ​ບັນ​ຫາ​ຈີນ​ຂອງ​ເບຼ​ຊິນ

cri
ຕາມ​ຂ່າວ CRI: ຫຼັງຈາກ​ເຫດການ​ຈະລາຈົນ "14 ມີນາ" ​ເກີດ​ຂຶ້ນ​ຢູ່​ນະຄອນ​ລາຊາ ​ເທດສະບານ​ຂອງ​ເຂດ​ຕິ​ເບ​ດຈີນ​ແລ້ວ, ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​ໄດ້​ລາຍ​ງານຂ່າວ​ເລື່ອງ​ນີ້​ຢ່າ​ງປິດ​ເບືອນ​ຄວາມ​ຈິງ​ແລະ​ລາຍ​ງານ​ຂ່າວ​ເທັດ, ​ເຮັດ​ໃຫ້ບຸກຄົນ​ຜູ້​ມີ​ຄວາມ​ຮູ້​ຕ່າງ​ປະ​ເທດ​ຫຼາຍຄົນ​ຄຽດ​ແຄ້ນ​​ແລະ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ. ຫວ່າງ​ມໍ່ໆ​ນີ້, ນັກ​ຂ່າວ CRI ພວກ​ເຮົາ​ໄດ້​ສຳພາດ​ທ່ານ​ຄາ​ໂລສ ທາ​ວາ​ເຣັສ ຜູ້​ຊ່ຽວຊານ​ບັນຫາ​ຈີນ​ຂອງ​ເບຼຊິນ​, ທ່ານ​ເຫັນ​ວ່າ, ບັນຫາ​ຕິ​ເຂດ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ການ​ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​ມີ​ລັກ​ສະ​ນະ​ຫຼອກລວງ.

ທ່ານ​ທາ​ວາ​ເຣັສ​ເຫັນ​ວ່າ, ​ໃນ​ເວລາ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ກະທຳ​ລົບ​ກວນ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​ພວກ​ຕິ​ເບ​ດ​ເອກະລາດ, ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ມີ​ປະ​ກົດ​ການ​ເວົ້າ​ໂຍກ. "ທີ່​ຈິງ​ແລ້ວ, ​ໃນ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິມ​ປິກ,​ມີ​ແຕ່​ຄົນ​ໜຶ່ງ​ສອງ​ຄົນ​ຢາກ​ຍາດ​ເອົາ​ທວນ​ໄຟ, ສື່ມວນ​ຊົນ​ພັດ​ເວົ້າ​ໂຍກ​. ທີ່​ຈິງ​ແລ້ວ,​ຄົນ​ທັງ​ຫຼາຍ, ບໍ່​ວ່າ​ຄົນ​ເບຼ​ຊິນ​ຫຼື​ຄົນ​ຝະ​ຣັ່ງ, ລ້ວນ​ແຕ່​ຮູ້​ວ່າ, ​ແມ່ນ​ຜູ້​ຕິດ​ຕາມ​ກຸ່ມ​ດາ​ໄລ​ລະ​ມາ​ລົບ​ກວນ​ແລະ​ທຳ​ລານ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ."

ກ່ອນ​ໜ້າ​ນີ້,ພະດາ​ໄລ​ລາ​ມະເຄີຍ​ກ່າວ​ວ່າ ບໍ່​ເຫັນ​ດີ​ນຳການ​ເຄື່ອນ​ໄຫວ​ໃຊ້​ກຳລັງ​ຮຸນ​ແຮງ,​ທ່ານ​ຕາ​ວາ​ເຣັສ​ເຫັນ​ວ່າ,ນີ້​​ແມ່ນ​ຂັດ​ແຍ່ງ​ກັນ​ຢ່າງ​ເຖິງ​ຖອງ​ກັບ​ການ​ກະ​ທຳ​ຂອງ​ເຂົາ.​ທ່ານ​ກ່າວ​ວ່າ:"ຄຳ​​ເວົ້າຂອງ​​ເຂົາ​ແມ່ນ​ຂັດ​ແຍ່ງ​ກັບ​ການ​ກະທຳ​ຂອງ​ເຂົາ.ຖ້າວ່າ​ພະດາ​ໄລລາມາ​ແມ່ນ​ຜູ້​ນຳ​ສາດ​ສະ​ໜາ, ຖ້າວ່າ​ເຂົາ​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ສັນ​ຕິ​ພາບ,​ຄັດ​ຄ້ານ​ໃຊ້​ກຳ​ລັງ​ຮຸນ​ແຮງ,​ເຂົາ​ກໍ​ບໍ່​ຄວນ​ປ່ອຍ​ໃຫ້​ການ​ເຄື່ອນ​ໄຫວ​ໃຊ້​ກຳ​ລັງ​ຮຸນ​ແຮງ​ເກີດ​ຂຶ້ນ,ບໍ່​ຄວນ​ປ່ອຍ​ໃຫ້​ພະ​ສົງ​ຈຳນວນ​ໜ້ອຍ​ທີ່​ສຸດ​ກໍ່​ເຫດ​ການ​ໃຊ້​ກຳ​ລັງ​ຮຸນ​ແຮງ​ຢູ່​ລາ​ຊາ,​ຄວນ​ອອກ​ໜ້າ​ແກ້​ໄຂ​ບັນ​ຫາ​ຫຼືວ່າ​ສະ​ເໜີ​ຄວາມ​ຮຽກ​ຮ້ອງ​ໂດຍ​ສັນຕິ​."

ທ່ານ​ຕາ​ວາ​ເຣັສ​ເຫັນ​ວ່າ,ພາລະກິດ​ວັດທະນະທຳ​ຂອງ​ຕິ​ເບ​ດພວມ​ກ້າວ​ໄປ​ໜ້າ​ຢ່າງບໍ່​ຢຸດ​ ຢັ້ງ.ທ່ານ​ກ່າວ​ວ່າ:"​ແຕ່​ກ່ອນການ​ສຶກສາ​​ມີ​ແຕ່​ພະສົງ​ຮັບ​ໄດ້​ທໍ່​ນັ້ນ,ນັບ​ແຕ່ຕິ​ເບ​ດຮັບ​ການ​ປົດ​ປ່ອຍ​ໃນ​ປີ1950​ມາ​ນີ້,​​ປະ​ຊາ​ຊົນ​ຕິ​ເບ​ດທຸກ​ຖ້ວນ​ໜ້າ​ຈຶ່ງ​ສາ​ມາດ​ໄດ້​ຮັບ​ການ​ສຶກ​ສາ​ແລ້ວ.​ສະ​ນັ້ນ,​ພາ​ລະ​ກິດ​ວັດ​ທະ​ນະ​ທຳ​ຂອງ​ຕິ​ເບ​ດຈຶ່ງ​ໄດ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ."

​ເພື່ອ​ຫຼຸດໜ້ອຍ​ຄວາມ​​ເຂົ້າ​ໃຈຜິດ​ທີ່​ມີ​ຕໍ່​ຈີນຂອງ​ປະຊາຊົນ​ຝ່າຍ​ຕາ​ເວັນ​ຕົກ ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ອັກ​ຊັງ​ຕິນ,ທ່ານ​ຕາ​ວາ​ເຣັສ​ໄດ້​ເຮັດ​ວຽກ​ງານ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ໂຄ​ສະ ນາ​ຈີນ​ແລະ​ໂຄສະນາ​ຕິ​ເບດ.​ທ່ານ​ຮັບ​ຮອງ​ວ່າ,​ວຽກ​ງານ​ນີ້​ລຳ​ບາກ​ຫຼາຍ.​"ວຽກ​ງານ​ນີ້​ຍາກ​ຫຼາຍ​ແທ້.​ຂ້າ​ພະ​ເຈົ້າ​ຍິນ​ດີ​ໂຄ​ສະ​ນາ​ຈີນ​ຕໍ່​ຄົນ​ຫຼາຍ​ກວ່າ​ເກົ່າ,​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ປື້ມ​5​ເຫຼັ້ມ ກ່ຽວ​ກັບ​ຈີນ.​ຍ້ອນ​ວ່າ​ມີ​ຄົນ​ຈຳ​ນວນ​ບໍ່​ໜ້ອຍ​ມີ​ອະ​ຄະ​ຕິ​ຕໍ່​ຈີນ​ຍ້ອນ​ຈຸດ​ປະ​ສົງ​ການ​ເມືອງ​ຫຼືວ່າ​ສາ​ເຫດ​ສາດ​ສະ​ໜາ,​ສະ​ນັ້ນ,​ປະ​ຊາ​ຊົນ​ຫຼາຍ​ຄົນ​ຈຶ່ງ​ບໍ່​ສາມາດ​ຮັບ​ຮູ້​ຈີນ​ຢ່າງ​ແທ້​ຈິງ.​ແຕ່​ມີ​ຂ່າວ​ດີ​ໜຶ່ງ​ແມ່ນ,​ໃນ​ປີ​2007,​ລວມ​ມີ​ຄົນ​ເບຼ​ຊິນ​6​ໝື່ນ​1​ພັນ​ຄົນ​ໄປ​ທ່ຽວ​ປະ​ເທດ​ຈີນ,​ຫຼາຍ​ກວ່າ​ປີ​2006 40%.​ສາ​ມາດ​ເວົ້າ​ໄດ້​ວ່າ,​ພວກ​ເຮົາ​ກຳ​ລັງ​ຜ່ານ​ຜ່າ​ອະ​ຄະ​ຕິ​ຕໍ່​ຈີນ​ເທື່ອ​ລະ​ກ້າວ,​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ,​ຈະ​ມີ​ຄົນ​ຫຼາຍ​ກວ່າ​ເກົ່າ​ໄປ​ຮູ້​ຈັກ​ຈີນ​ດ້ວຍ​ຄວາມ​ປາ​ຖະ​ໜາ​ທີ່​ດີ."