ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-17 10:46:47    
ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ​ເກີດ​ການ​ປະ​ທະ​ກັນ​ເຮັດ​ໃຫ້​ຫຼາຍ​ຄົນ​ຕາຍ​ແລະ​ບາດ​ເຈັບ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 16 ​ເມສາ​ນີ້, ປາ​ເລັສຕິນ​ກັບ​ອິສຣາ​ແອນ​ໄດ້​ເກີດ​ການ​ປະ​ທະ​ກັນ​ຢູ່​ເຂດ​ກາຊາ, ​ເຮັດ​ໃຫ້​ຜູ້​ປະກອບ​ອາວຸດປາ​ເລັສຕິນ 4 ຄົນ​ແລະ​ທະຫານ​ອິສຣາ​ແອນ 3 ຄົນ​ເສຍ​ຊີວິດ. ຫຼັງຈາກ​ນັ້ນ, ທະຫານ​ອິສຣາ​ແອນ​ກໍ​ຫຼອນ​ໂຈມ​ຕີ​ຄ້າຍ​ຊາວ​ອົບ​ພະ​ຍົບບູ​ເຣຈີ​ທີ່​ຕັ້ງ​ຢູ່​ໃຈ​ກາງ​​ເຂດ​ກາຊາ​ທາງ​ອາກາດ, ​ເຮັດ​ໃຫ້​ປະຊາຊົນ​ປາ​ເລັສຕິນ 10 ຄົນ​ເສຍ​ຊີວິດ​ເຊິ່ງ​ລວມ​ທັງ​ເດັກນ້ອຍ 3 ຄົນ, ​ໃນ​ນັ້ນ​ຍັງ​ລວມທັງ​ທ່ານ​ຟາ​ເດ​ວ ຊາ​ນາ ນັກ​ຂ່າວ​ຂ່າວສານ​ລອຍ​ເຕີ​ຂອງ​ອັງກິດ.

ວັນ​ທີ 16 ​ເມສາ​ນີ້, ທ່ານ​ບັນ​ກີ​ມຸນ​ໄດ້​ອອກ​ຖະ​ແຫຼງ​ການ​ກ່າວ​ປະນາມການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ອິສຣາ​ແອນ​ທີ່ເຮັດ​ໃຫ້​ປະຊາຊົນ​ປາ​ເລັສຕິນ​ເສຍ​ຊີວິດ​ແລະ​ບາດ​ເຈັບ, ​ແລະ​ຮຽກຮ້ອງ​​ໃຫ້​ອິສຣາ​ແອນ​​ເຄົາລົບ​ກົດ​ໝາຍ​ມະນຸດ​ສະທຳ​ສາກົນ. ພ້ອມ​ກັນ​ນັ້ນ, ທ່ານ​ກໍ່​​ໄດ້​ກ່າວ​ປະນາມ​ປາ​ເລັ​ສຕີນ​ທີ່​ຫຼອນ​ໂຈມ​ຕີ​ປະຊາຊົນ​ສາມັນ​ອິສຣາ​ແອນ​ດ້ວຍຈະຫຼວດ.

ນອກ​ນີ້, ຍັງມີ​ຂ່າວ​ແຈ້ງວ່າ​, ມື້​ດຽວ​ກັນ, ທ່ານ​ອາມ ມູຊາ ​ເລຂາ​ທິ​ການ​ໃຫຍ່​ສັນ​ນິບາດ​ອາຣັບຊີ້​ອອກ​ວ່າ, ນະ​ໂຍບາຍ​ຈຸດ​ຕັ້ງ​ຖິ່ນ​ຖານ​ທີ່​ອິສຣາ​ແອນ​ຍຶດໝັ້ນ​ນັ້ນ​ແມ່ນ​ບັນຫາ​ຕົ້ນຕໍ​ທີ່​ຂັດຂວາງ​ຂະ​ບວນ​ການ​ສັນຕິພາບ​ຕາ​ເວັນ​ອອກາງ​ໃຫ້​ພັດທະນາ​ໄປ​ໜ້າ.