ຜົນສຳເລັດດ້ານບູຮານນະຄະດີແລະອະນຸລັກວັດຖຸບູຮານຂອງຕິເບດ ພໍທີ່ເອົາມາກ່າວຕີໂຕ້ຖ້ອຍຄວາມທີວ່າວັດທະນະທຳຕິເບດໄດ້ຖືກດັບສູນແລ້ວ
cri
ຕາມຂ່າວສານຊີນຮວາ: ຫວ່າງແລ້ວນີ້,ທ່ານໂຮ້ເວີ່ຍ ຫົວຫນ້າສະຖາບັນຄົ້ນຄວ້າຕິເບດສຶກສາຈີນຂອງມະຫາວິທະຍາໄລເຊສວນທາງພາກຕາເວັນຕົກສຽງໃຕ້ຂອງຈີນກ່າວວ່າ, ພຽງແຕ່ຜົນສຳເລັດດ້ານບູຮານນະຄະດີແລະອະນຸລັກວັດຖຸບູຮານຂອງຕິເບດກໍ່ພໍທີ່ເອົາມາກ່າວຕີໂຕ້ຖ້ອຍຄວາມທີ່ວ່າວັດທະນະທຳຕິເບດໄດ້ຖືກດັບສູນກົນກ້ຽງ.
ເລີ່ມແຕ່ຕົ້ນສັດຕະວັດທີ່ແລ້ວນີ້,ນັກບູຮານນະຄະດີແລະນັກຕິເບດສຶກສາຂອງມະຫາວິທະຍາໄລເຊສວນກໍ່ໄດ້ດຳເນີນວຽກງາສຳຫລວດບູຮານນະຄະດີແລະອະນຸລັກວັດຖຸບູຮານຢູ່ຕິເບດແລ້ວ.ໃນສິບກວ່າປີມານີ້, ນັກບູຮານນະຄະດີໄດ້ເຮັດວຽກສຳຫລວດຄົ້ນຄວ້າຫລາຍຢ່າງ.ໃນນັ້ນ, ການສຳຫລວດຂຸດຄົ້ນຢູ່ສະຖານທີ່ຄາຣຸບທີ່ເມືອງຊາງຕູຕິເບດໃນປີ 2002, ໄດ້ເລື່ອນປະຫວັດ ສາດຂອງຕິເບດໄປເຖິງກ່ອນນີ້ປະມານ 5000 ປີ.
ທ່ານໂຮ້ເວີ່ຍກ່າວວ່າ, ແຕ່ລະປີ, ລັດຖະບານກາງກໍ່ໄດ້ໃຊ້ງົບປະມານ ກ້ອນໃຫຍ່ອະນຸລັກຮັກສາແລະປະຕິສັງຂອນວັດຖຸບູຮານສາສະຫນາຕິເບດ, ພ້ອມກັນນັ້ນ,ຍັງໄດ້ຜ່ານກົດບັນຍັດດ້ານວັດຖະບູຮານແລະສ້າງຕະຫລາດວັດຖຸບູຮານທີ່ເປັນລະບຽບຮຽບຮ້ອຍ,ເຮັດໃຫ້ວັດຖຸບູຮານເປັນຈຳນວນຫລວງຫລາຍໄດ້ຮັບການຮັກສາໄວ້ແລະວາງສະແດງຢູ່ເຂດຕິເບດ.
|
|