ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-17 19:06:49    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ສະ​ເໜີ​​ໃຫ້​ໄຂ​ກອງ​ປະ​ຊຸມ​ເທື່ອ​ໜ້າ​ຂອງ​ການ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໃນ​ເວລາ​ທີ່​ເໝາະ​ສົມ

cri
ຕາມ​ຂ່າວ CRI: ວັນ​ທີ 17 ​ເມສາ​ນີ້, ​ຢູ່​ທີ່​ປັກ​ກິ່ງ, ໃນ​ກອງ​ປະຊຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​​ເປັນ​ປະຈຳ, ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພົບ​ປະ​ລະຫວ່າງ​ອາ​ເມ​ລິ​ກາ​ກັບສ.ປ.ປ​ເກົາຫຼີ​ໃນ​ມໍ່ໆ​ນີ້, ​ແລະ​ຈະ​ສະ​ເໜີ​ໃຫ້​ໄຂ​ກອງ​ປະຊຸມ​ເທື່ອ​ໜ້າ​ຂອງ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໃນ​ເວລາ​ທີ່​ເໝາະ​ສົມ​​ຕາມການ​ຄືບ​ໜ້າ​​​ແຫ່ງ​ການ​ປຶກສາ​ຫາລື​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ.

ທ່ານ​ນາງ​ຈ່ຽງ​ອີ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ຂະ​ບວນ​ການ​ການ​ເຈລະ​ຈາ 6 ຝ່າຍ​ໄດ້​ປະກົດ​ມີ​ໂອກາດ​ໃໝ່, ນີ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງ​ເຖິງ​ຄວາມ​ປາຖະໜາ​ຂອງ​ຝ່າຍ​ຕ່າງໆ​ທີ່ຈະ​ຜ່ານ​ຜ່າ​ຄວາມຫຍຸ້ງ​ຍາກ​ດ້ານ​ການ​ເມືອງ, ສືບ​ຕໍ່​ກ້າວ​ໄປ​ໜ້າ.

ວັນ​ທີ 8 ​ເມສາ​ນີ້, ຢູ່​ສິງກະ​ໂປ, ທ່ານ​ກຼິສ​ໂຕ​ເຟີ ຮິ​ວ ຜູ້​ຊ່ອຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ກີ​ມ​ເກ​ກວນ ຜູ້​ແທນ​ສ.ປ.ປ​ເກົາຫຼີ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ. ວົງ​ການ​ພາຍ​ນອກຕີ​ລາຄາຢ່າງ​ຕັ້ງໜ້າ​ຕໍ່​ການ​ເຈລະຈາ​ເທື່ອ​ນີ້.