ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-18 11:02:26    
"ສະ​ມາ​ຄົມ​ຊາວ​ໜູ່ມ​ຕິ​ເບດ" ຈາກ​ການ​ໃຊ້​ກຳ​ລັງ​ຮຸນ​ແຮງ​ກາຍ​ເປັນ​ການ​ໃຊ້​ວິ​ທີ​ກໍ່​ການ​ຮ້າຍ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ໜັງສືພິມ​ເຢິນມິນ​ຢື້​ປ້າວ ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດຈີນ​ສະບັບ​ວັນ​ທີ 18 ​ເມສາ​ນີ້ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ, ອົງການ​ຫົວ​ຮຸນ​ແຮງ​ "ສະມາຄົມ​ຊາວ​ໜູ່ມຕິ​ເບດ" ​ໄດ້​ຈາກ​ການ​ໃຊ້​ກຳລັງ​ຮຸນ​ແຮງ​ກາຍ​ເປັນການໃຊ້​ວິທີກໍ່​ການ​ຮ້າຍ​ແລ້ວ. ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຕ່າງປະ​ເທດ, ​ເຊ​ວາງ ຣິກຈິນ ປະທານ "ສະມາຄົມ​ຊາວ​ໜູ່ມຕິ​ເບດ" ​ໄດ້​ເວົ້າ​ຄວາມ​ເວົ້າ​ທີ່​ເຮັດ​ໃຫ້​ຄົນຕື່ນ​ຕົກ​ໃຈວ່າ: "​ເວົ້າ​ສຳລັບ​ພາລະກິດ​ຕິ​ເບດ​ເອກະລາດ​ແລ້ວ, ການ​ໃຊ້​ລະ​ເບີດມັດ​ໃສ່​ຮ່າງກາຍ​ຄົນ​ແບບ​ສະຫຼະຊີບ​​ແມ່ນ​ທິດ​ຂະ​ຫຍາ​ຍຕົວ​​ໃນ​ອະນາຄົດ."

ບົດ​ຄວາມ​ຊີ້​ອອກ​ວ່າ, ​ນັບແຕ່ "ສະມາຄົມ​ຊາວ​ໜູ່ມຕິ​ເບ​ດ" ສ້າງ​ຕັ້ງ​ຂຶ້ນ​​ເປັນ​ຕົ້ນ​ມາ, ເຂົາເຈົ້າ​ກໍ່ໄດ້​ຈັດ​ຊຸດ​ອົບຮົມ​ປະເພດ​ຕ່າງໆ, ເຊິ່ງ​ລວມທັງ​ສົງຄາມ​ກອງຫຼອນ, ຊຸດ​ອົບຮົມ​ເຕັກນິກ​ລະ​ເບີດ​ເປັນ​ຕົ້ນ, ກໍ່​ເຫດການ​ຈະລາຈົນ​ທີ່​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈົນ​ກະທັ້ງ​ໂຈມ​ຕີ​ນັກ​ສົ່ງ​ຕໍ່​ທວນ​ໄຟ​ຄົນ​ພິການ​ຢ່າງ​ໂຫດ​ຮ້າຍ​ຢູ່​ຕໍ່ໜ້າ​ທົ່ວ​ໂລກ. ​ໃນ​ເຫດການ "14 ມີນາ", ​ເຂົາ​ເຈົ້າ​ເຜົາ​ປະຊາຊົນ​ສາມັນ, ​ເຜົາ​ຮ້ານ​ຄ້າ, ​ແລະ​ຍັງ​ໄດ້ກຽມ​ປືນ​ຫຼາຍ​ຮ້ອຍ​ກະບອກ, ລູກ​ປືນ​ຫຼາຍ​ໝື່ນນັດ, ລະ​ເບີດ​ຫຼາຍ​ພັນ​ກິ​ໂລ​ເພື່ອ​ກໍ່​ເຫດການ​ສັງຫານ​ທີ່ຮຸນ​ແຮງ​ກວ່າ​ເກົ່າ, ​ແລະ​ປ່າວ​ຂ່າວ​ວ່າ​ເພື່ອ​ເອົາ​ຊະນະ​ຢ່າງ​ເຖິງ​ຖອງ, ຢ່າງ​ໜ້ອຍ​ເຂົາ​ເຈົ້າ​ຢາກ "ສະຫຼະຊີບ​ຄົນ​ຕິ​ເບດອີກ 100 ຄົນ".

ບົດ​ຄວາມ​ຊີ້​ອອກ​ວ່າ, ລັດທິ​ກໍ່​ການ​ຮ້າຍ​ແມ່ນ​ສັດຕູ​ຮ່ວມ​ກັນ​ຂອງ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ. ​ແຕ່​ການ​ເຄື່ອນ​ໄຫວ​ປະກອບ​ກຳລັງ​ຮຸນ​ແຮງ​ຂອງ "ສະມາຄົມ​ຊາວ​ໜູ່ມຕິ​ເບ​ດ" ພັດ​ສາມາດ​ໄດ້​ຮັບ​ການ​ສະໜັບ​ສະໜູນ​ຈາກ​ສື່​ມວນ​ຊົນ​​ແລະ​ເຈົ້າ​ໜ້າ​ທີ່​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງມາ​ໂດຍ​ຕະຫຼອດ, ​ເຮັດ​ໃຫ້​ເຂົາ​ເຈົ້າ​ສາມາດ​ຈາກ​ໃຊ້​ກຳລັງ​ຮຸນ​ແຮງ​ມາ​ກາຍ​ເປັນ​ໃຊ້​ວິທີ​ກໍ່​ການ​ຮ້າຍ.