ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-18 12:21:31    
ອີ​ຣັກ​ເກີດ​ການ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ເຮັດ​ໃຫ້​60​ກວ່າ​ຄົນ​ຕາຍ​ແລະ​ບາດ​ເຈັບ

cri

ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 17 ​ເມສາ​ນີ້, ຕຳຫຼວດ​ອີຣັກ​ກ່າວ​ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ, ​ໃນ​ພິ​ທີ​ປົງ​ສົບ​ຢູ່​ບ້ານ​ໜຶ່ງ​ຂອງ​ແຂວງ​ດີ​ຢາ​ລາ​ອີຣັກ​ໄດ້​ເກີດ​ການຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ,​ຢ່າງ​ໜ້ອຍ​ເຮັດ​ໃຫ້​33​ຄົນ​ຕາຍ,​30​ຄົນ​ບາດ​ເຈັບ.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແຂວງ​ຊາ​ລາ​ເຮ​ດິນ​ອີຣັກກ່າວ​ວ່າ, ​ເວລາ​ລະ​ເບີດ, ຊາວບ້ານ​ທ້ອງ​ຖິ່ນ​ກຳລັງ​ຈັດ​ພິທີ​ປົງ​ສົບ​ຂອງ​ສະ​ມາ​ຊິກ​ສອງ​ຄົນ​ຂອງ "ຄະນະ​ກຳມະການ​ຕື່ນ​ຕົວ​ຫຼື​ເອິ​ເວີຍ​ເຄິນິງ" ​ຂອງ​ທ້ອງ​ຖິ່ນ​ນັ້ນ​ທີ່​ຖືກ​ຫຼອນ​ໂຈມ​ຕີຕາ​ຍ​ໃນ​ສອງ​ມື້ກ່ອນ,​ຜູ້​ໂຈມ​ຕີ​ແບບ​ສະ​ຫຼະ​ຊີບ​ຜູ້​ໜຶ່ງ​ໄດ້​ຈູດ​ລະ​ເບີດ​ທີ່​ມັດ​ໃສ່​​ຮ່າງ​ກາຍ​ໃນ​ພິທີ​ປົງ​ສົບ,​ຜູ້​ຕາຍ​ແລະ​ບາດ​ເຈັບບໍ່​ໜ້ອຍ​ກໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ຄະນະ​ກຳ​ມະ​ການ​ດັ່ງກ່າວ.

"ຄະນະ​ກຳມະການ​​ຕື່ນ​ຕົວ" ​ແມ່ນ​ອົງການ​ທະຫານ​ລາດ​ປະກອບ​ອາວຸດ​ທີ່​ຖື​ນິກາຍ​ຊຸນ​ນິ​ເປັນ​ຕົ້ນ​ຕໍ,​ຮ່ວມ​ມື​ກັບ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີຣັກ​ແລະ​ກອງ​ທັບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ລັດ​ຖະ​ບານ​ອີຣັກ​ໂຈມ​ຕີ​ສະ​ມາ​ຊິກ​ອົງ​ການ​ອານ​ເຄ​ດາ.