ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-18 14:17:58    
ການ​ເຈ​ລະ​ຈາ​ລຽງ​ໂຈ່ວ​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ​ຕິ​ເບດ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ອອກ​ຈາກ​ດິນ​ແດນ​ຂອງ​ຈີນ​ບໍ່​ໄດ້

cri
ຂ່າວສານ​ຊິນ​ຮວາ,ທ່ານ​ຟານ​ປາວ​ລຽງ ສາ​ສະ​ດາ​ຈານ​ຄະນະ​ປະ​ຫວັດ​ສາດ​ມະ​ຫາ​ວິ​ທະ​ຍາ​ໄລ​ລານ​ໂຈ່​ວ​ໄດ້​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ຂອງ​ຕິ​ເບ​ດມາ​ແຕ່​ຊຸມ​ປີ1970,ທ່ານ​ກ່າວ​ວ່າ,​ເຫດ​ການ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຄື​ການ​ເຈ​ລະ​ຈາ​ລຽງ​ໂຈ່​ວ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ​ຕິ​ເບ​ດ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ອອກ​ຈາກ​ດິນ​ແດນ​ຈີນ​ບໍ່​ໄດ້.

ທ່ານ​ຟານ​ປາວ​ລຽງ​ກ່າວ​ວ່າ,ປະຫວັດ​ອັນ​ຍາວ​ນານ​ຂອງ​ຈີນ​ແມ່ນ​ປະຊາຊົນ​ບັນດາ​ເຜົ່າ​ພາຍ​ໃນ​ປະ​ເທດ​ຈີນ​ຮ່ວມ​ກັນ​ສ້າງ​ຂຶ້ນ.ປີຄ.ສ.1247,​ຄວາມສຳ​ເລັດ​ຂອງ​ການ​ເຈ​ລະ​ຈາ​ລຽງໂຈ່​ວ​ລະ​ຫວ່າງ​ຜູ່​ນຳ​ເຜົ່າ​ມົງ​ໂກ​ນກັບ​ເຜົ່າ​ຕິ​ເບດ​ນັ້ນ​ເປັນ​ຫຼັກ​ຖານ​ທີ່ຢັ້ງຢືນ​ວ່າ​ເຜົ່າ​ມົງ​ໂກນ​ແລະ​ເຜົ່າຕິ​ເບ​ດປະກອບສ່ວນ​ອັນ​ສຳຄັນ​ຂອງ​ໃຜລາວ​ເພື່ອ​ຊຸກ​ຍູ້​ຄວາມ​ສາມັກຄີ​ແລະ​ຄວາ​ເປັນ​ເອ​ກະ​ພາບ​ຂອງ​ປະຊາ​ຊາດ​ຈີນ​ແລະ​ຮ່ວມ​ກັນ​ສ້າງ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ.

ເນື້ອ​ໃນ​ກ່ຽວ​ກັບ​ບັນ​ຫາ​ ຕິ​ເບ​ດໃນ​ການ​ເຈລະຈາ​ມີ​ດັ່ງ​ນີ້:​ເຈົ້າ​ໜ້າ​ທີ່​ພະ​ສົງ​ແລະ​ປະ​ຊາ​ຊົນ​ຂອງ​ຕິ​ເບດ​ຕ້ອງ​ຍອມ​ຮັບ​ວ່າ​ໂຕ​ເອງ​ເປັນ​ບ່າວ​ໄພ່​ລາ​ຊະ​ດອນ​ຂອງ​ເຈົ້າ​ຊີ​ວິດ​ມົງ​ໂກນ.ວຽກ​ງານ​ທາງ​ບໍ​ລິ​ຫານ​ທຸກ​ດ້ານ​ທີ່​ກ່ຽວ​ພັນ​ກັບ​ເຈົ້າ​ໜ້າ​ທີ່​ພະ​ສົງ​ແລະ​ປະ​ຊາ​ຊົນ​ແຫ່ງ​ຕ່າງໆ​ຂອງ​ຕິ​ເບ​ດ​ຕ້ອງ​ໃຫ້​ມົງ​ໂກນ​ແຕ່ງ​ຕັ້ງ​ເຈົ້າ​ໜ້າ​ທີ່​ເປັນ​ຜູ່​ຄຸ້ມ​ຄອງ.​ວຽກ​ງານ​ກ່ຽວ​ກັບ​ສາ​ສະ​ໜາ​ແລະ​ພະ​ສົງ​ໃນ​ວັດ​ຕ່າງໆ​ແມ່ນ​ໃຫ້​ມົງ​ໂກນ​ມອບ​ໝາຍ​ໃຫ້​ຜູ່​ນຳ​ສາ​ສະ​ໜາ​ຂອງ​ຕິ​ເບດ​ເປັນ​ຜູ່​ຄຸ້ມ​ຄອງ.

ທ່ານ​ຟານ​ປາວ​ລຽງ​ກ່າວ​ວ່າ,ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຍາວ​ໄກ​ຂອງ​ການ​ເຈ​ລະ​ຈາ​ລຽງ​ໂຈ່ວ​ກໍ່​ແມ່ນ​ຕິ​ເບ​ດກາຍ​ເປັນ​ດິນ​ແດນ​ທີ່​ຕັດ​ແຍກ​ອອກ​ຈາກ​ຈີນ​ບໍ່​ໄດ້,​ປະ​ເທດ​ເອ​ກະ​ພາບ​ທີ່​ມີ​ຫຼາຍ​ຊົນ​ເຜົ່າ​ຍິ່ງ​ໝັ້ນ​ຄົງ​ກວ່າ​ເກົ່າ.