ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-18 14:27:31    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ

cri


ຕາມ​ຂ່າວ CRI: ວັນ​ທີ 17 ​ເມສາ​ນີ້, ຢູ່​​ໂຕ​ກຽວ ນະຄອນຫຼວງ​ຍີ່​ປຸ່ນ, ທ່ານ​ຢາງ​ເຈຍ​ຊຶ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດຈີນ​ທີ່​ພວມ​ຢ້ຽມຢາມ​ຢ່າງ​ເປັນ​ທາງການ​ຢູ່​ຍີ່​ປຸ່ນ​ໄດ້​ຈັດການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ໂຄ​ອູ​ມູຣາ ມາ​ຊາ​ຮີ​ໂຄ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ.

ທ່ານ​ຢາງ​ເຈຍ​ຊຶກ່າວ​ວ່າ, ປີ​ນີ້​ແມ່ນຈີນ​ກັບ​ຍີ່​ປຸ່ນ​ເຊັນ​ສັນຍາ​ສັນຕິພາບ​ໄມຕີ​ຈິດ​ຄົບຮອບ 30 ປີ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ຢູ່​ຈຸດ​ເລີ່​ມຕົ້ນ​​ໃໝ່​ໃນ​ປະ​ຫວັດ​ສາດ, ​ແລະປະ​ເຊີນ​ໜ້າ​ກັບ​ໂອກາດ​ອັນ​ສຳຄັນ​ເພື່ອ​ຂະຫຍາຍ​ຕົວ​ຕື່ມ​ອີກ. ທ່ານ​ກ່າວ​ວ່າ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ຈະ​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ຕໍ່​ຍີ່​ປຸ່ນ​ໃນ​ໄວໆ​ນີ້. ຈີນ​ຫວັງ​ໃຫ້​ຜ່ານ​ການ​ຢ້ຽມຢາມ​ຄັ້ງປະຫວັດ​ການນີ້, ສາມາດ​ບັນລຸ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໃນ​ດ້ານ​ຕ່າງໆ, ​ເຊັ່ນ: ການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນທາງ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ປະສານ​ງານ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ​ເປັນ​ຕົ້ນ, ​ເຮັ​ດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ໃນ​ວົງ​ໂຄຈອນ​ທີ່ປອດ​​ໃສ​ໝັ້ນທ່ຽງ​ໃນ​ໄລຍະ​ຍາວ​ນານ.

ທ່ານ​ໂຄ​ອູ​ມູຣາ ມາ​ຊາ​ຮີ​​ໂຄກ່າວ​ວ່າ, ຍີ່​ປຸ່ນຄອງ​ຄອຍ​ທ່ານ​ປະທານ​ຫູ​ຈີນ​ທາວ​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ຕໍ່​ຍີ່​ປຸ່ນ, ​ແລະ​ອວຍພອນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ເຕັມ​ເມັດ​ເຕັມ​ໜ່ວຍ.