ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-18 15:46:48    
ຈີນ​ຈະ​ຈັດສັບ​ປະດາ​ໂຄສະນາ​ການ​ປົກ​ປ້ອງສິດຊັບ​ສິນ​ທາງ​ປັນຍາປີ 2008

cri Author: cai
ຕາມ​ຂ່າວCRI:ວັນ​ທີ 26 ​ເມສາ​ນີ້​ແມ່ນວັນສິດຊັບ​ສິນ​ທາງ​ປັນຍາ​ໂລກ.​ໃນ​ກອງ​ປະຊຸມ​ຂ່າວທີ່​ກົມສິດຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນຈັດ​ຂຶ້ນ​ໃນ​ວັນ​ທີ 18 ​ເມສາ​ນີ້,ນັກ​ຂ່າວ​ໄດ້​ຊາບ​ວ່າ,ຈີນ​ຈະຈັດກິດຈະກຳສັບປະດາ​ໂຄສະນາ​ການ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ປີ 2008 ຢູ່​ນະຄອນຫຼວງ​ປັກ​ກິ່ງ​ແລະ​ນະຄອນ​ຊຽງ​ໄຮ້​ພ້ອມ​ກັນ​ໃນ​ລະຫວ່າງວັນ​ທີ 20 ຫາ​ວັນ​ທີ 26 ​ເມສາ​ນີ້.

ໃນ​ກອງ​ປະຊຸມ​ຂ່າວ,ທ່ານ​ອີນຊີ່​ນທ່ຽນ ​ໂຄສົກ​ກົມສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ລັດຖະບານ​ຈີນ​ໄດ້​ພິຈາລະນາ​ແລະ​ຮັບຮອງ​​ໃນ​ດ້ານ​ຫຼັກການຕໍ່《​ໂຄງ​ຮ່າງ​ຍຸດ​ທະ​ສາດສິດ​ຊັບ​ສິນ​ທາງ​ປັນຍາລະດັບ​ຊາດ》.​ໃນ​​ເວລາ​ຍຸດ​ທະ​ສາດສິດ​ຊັບ​ສິນ​ທາງ​ປັນຍາ​ລະດັບ​ຊາດ​ຈາກ"​ການວາງ​ແຜນ"​ໄປ​ສູ່"ການ​ປະຕິບັດ",ການ​ດຳ​ເນີນກິດຈະກຳໂຄສະນາ​ຕ່າງໆ​ນັ້ນ,ຈະ​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ບັນຍາກາດປົກ​ປ້ອງ​ສິດຊັບ​ສິນ​ທາງ​ປັນຍາ​ໃນ​ສັງຄົມ​ເປັນ​ຢ່າງດີ,​​ແລະ​ການ​​ເລັ່ງລັດ​ບາດກ້າວ​ຂອງ​ຈີນ​ໃນການ​ສ້າງ​ປະ​ເທດ​ປະດິດ​ສ້າງ.

ໃນ​ໄລຍະ​ສັບປະດາ​ໂຄສະນາ,ຈີນ​ຈະ​ຈັດ​ເວທີ​ປຶກສາ​ຫາລື​ການ​ປົກ​ປ້ອງ​ສິດຊັບ​ສິນ​ທາງ​ປັນຍາ​ທາງ​ອາຍາ,​ເຜີຍ​ແຜ່​ເຕັກນິກ​ທີ່​ມີ​ສິດທິ​ບັດ​ຫຼ້າສຸດ​ຕໍ່​ສັງຄົມ,​ແລະ​ເລີ່​ມດຳ​ເນີນກິດຈະກຳຮັບປະກັນງານ​ກິລາ​ໂອ​ລິ​ມປິກ​ໃນ​ຕະຫຼາດ​ວັດທະນະທຳ​ຈີນ.