ຕາມຂ່າວCRI: ຫວ່າງມໍ່ໆນີ້, ສື່ມວນຊົນຕາເວັນຕົກຈຳນວນໜຶ່ງໄດ້ພິມບົດຄວາມຢ່າງລຽນຕິດ, ຕິຕຽນ"ການແຍກຕິເບດເປັນເອກະລາດ", ແລະທົບທວນຄືນຕໍ່ທ່າທີຂອງຝ່າຍຕາເວັນຕົກແລະສື່ມວນຊົນຕາເວັນຕົກ.
ຫວ່າງມໍ່ໆນີ້, ແວັບໄຊຂອງອົງການຄົ້ນຄວ້າທົ່ວໂລກຂອງການາດາຫຼືCRGເຜີຍແຜ່ບົດຄວາມຊີ້ອອກວ່າ, ໃນເວລາງານກິລາໂອລິມປິກຈະໄຂຂຶ້ນແລ້ວເກີດການກໍ່ເຫດການຈະລາຈົນຢູ່ເຂດຕິເບດ, ແມ່ນການເຄື່ອນໄຫວຂຶ້ນອີກຂັ້ນໜຶ່ງທີ່ອາເມລິກາລົບກວນສະຖຽນລະພາບຂອງຈີນ. ນັບແຕ່ໜີໄປຮອດດາລຳຊາລາຈົນມາຮອດປັດຈຸບັນ, ກຸ່ມດາໄລລາມະໄດ້ຮັບເງິນສະໜັບສະໜູນຫຼາຍລ້ານໂດລາຈາກກອງທຶນປະຊາທິປະໄຕແຫ່ງຊາດອາເມລິກາທີ່ລັດຖະສະພາອາເມລິກາສະໜອງໃຫ້. ການລາຍງານກ່ຽວກັບເຫດການຈະລາຈົນທີ່ເກີດຂຶ້ນຢູ່ເຂດຕິເບດຂອງສື່ມວນຊົນຕາເວັນຕົກທັງບໍ່ຈະແຈ້ງທັງບໍ່ເຄີຍກວດກາຄືນ. ບົດຄວາມຍັງຂຽນວ່າ, ອາເມລິກາມີເຈດຕະນາໂຄ່ນລົ້ມແລະຂົ່ມຂູ່ປັກກິ່ງແມ່ນການທະທຳຫຼິ້ນໄຟ.
ຫວ່າງມໍ່ໆນີ້, ໜັງສືພິມເວັດສດອຍຊະລັນເຊຕຸງລາຍງານວ່າ, ທ່ານເຮີມັດ ສມິດ ອະດີດນາຍົກລັດຖະມົນຕີເຢຍລະມັນກ່າວວ່າ, ທັດສະນະທີ່ຝ່າຍຕາເວັນຕົກເບິ່ງຈີນແມ່ນຜິດພາດໝົດ. ການອະທິບາຍຂອງຝ່າຍຕາເວັນຕົກຕໍ່ຈີນໄດ້ຮັບຜົນສະທ້ອນຈາກອາເມລິກາ. ທ່ານກ່າວວ່າ, ຄວາມຄິດທີ່ຢາກໃຫ້ສິ່ງໃດກໍຄວນເຮັດຕາມແບບອາເມລິການັ້ນ, ພຽງແຕ່ແມ່ນຄວາມຄິດຂອງຊາວອາເມລິກາເທົ່ານັ້ນ.
|