ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-18 17:17:18    
ເຂດ​ຈົ່ງ​ກ່ວນ​ຊຸ່ນ​ເລີ່ມ​ສ້າງ​ສວນ​ເຕັກ​ນິກ​ສູງ​ໃຫ້​ເປັນ​ແບບ​ຊີ​ວະ​ພາບ

cri
ຕາມຂ່າວ CRI: ວັນ​ທີ 18 ​ເມສາ​ນີ້, ສວນ​ເຕັກນິກ​ສູງຈົ່ງ​ກ່ວນຊຸ່ນ​ຂອງ​ນະຄອນ​ປັກ​ກິ່ງ​ເຊິ່ງ​ເປັນ​ສວນ​ເຕັກ​ນິກ​ສູງໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ເລີ່​ມສ້າງ​ສວນ​ແບບ​ຊີວະ​ພາບ.

ສວນ​ເຕັກນິກ​ສູງ​ຈົ່ງ​ກ່ວນຊຸ່ນຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະຄອນ​ປັກ​ກິ່ງ, ຢູ່​ສວນ​ນີ້​ມີ​ວິ​ສາ​ຫະກິດ​ເຕັກນິກ​ສູງ​ໃໝ່ 2 ໝື່ນ​ກວ່າ​ແຫ່ງ, ​ໃນ​ນັ້ນ, ມີ​ວິ​ສາ​ຫະກິດ​​ເກືອບ 10% ດຳ​ເນີນ​ວຽກ​ງານ​ປະດິດ​ສ້າງ​ເຕັກນິກ​ໃໝ່​ຂອງ​ອຸດສາ​ຫະກຳ​ອະນຸລັກ​ສິ່ງ​ແວດ​ລ້ອມ​ດ້ານ​ພະລັງງານ.

ທ່ານ​ເຣີນຕ້າຍ​ເວີ້​ຍ ປະທານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຈົ່ງ​ກ່ວນຊຸ່ນກ່າ​ວວ່າ: ສວນ​ເຕັກນິກສູງ​ຈົ່ງ​ກ່ວນ​ຊຸ່ນ​ຈະ​ອອກ​ແຮງ​ພັດ​ທະນາ​ການ​ປະດິດ​ສ້າ​ງ​ເຕັກນິກ​ອະນຸລັກ​ສິ່ງ​ແວດ​ລ້ອມ​ດ້ານ​ພະລັງງານ, ສ້າງ​ເປັນ​ກຸ່ມ​ອະນຸລັກ​ສິ່ງ​ແວດ​ລ້ອມ​ດ້ານ​ພະລັງງານ​ທີ່​ກ້າວໜ້າ​ກວ່າ​ໝູ່​ແລະ​ມີ​ປະສິດ​ທິພາ​ບສູງ. ທາງ​ສວນ​ຈະ​ໃຫ້ການ​ຊ່ອຍ​ເຫຼືອລ້າ​ໃຫ້​ແກ່​ວິ​ສາ​ຫະກິດ​ທີ່​ໃຊ້​ພະລັງງານ​ໃໝ່, ຊັບພະ​ຍາກອນ​ທີ່​ເກີດ​ໃໝ່​ໄດ້, ປະຕິບັດ​ການ​ຮັກສາ​ແລະ​ໃຊ້​ຊັບ​ພະ​ຍາກອນ​ນ້ຳ​ຢ່າງ​ມີ​ປະສິດ​ທິພາບ​ເປັນຕົ້ນ.