|
 |
(GMT+08:00)
2008-04-18 17:55:07
|
 |
ວົງການຕ່າງໆໃນສັງຄົມຕິເບດຊ່ວຍເຫລືອຜູ່ປະສົບເຄາະຮ້າຍໃນເຫດການ 14 ມີນາ
cri
ຕາມຂ່າວສານຊີນຮວາ: ເຫດການ 14 ມີນາໄດ້ເຮັດໃຫ້ປະຊາຊົນຜູ່ບໍ່ມີຄວາມຜິດຫຍັງ 18 ຄົນເສຍຊີວິດ,ຫລາຍຄົນສິ້ນເນື້ອປະດາຕົວ,ບໍ່ມີບ່ອນເພິ່ງພາອາໃສ.ເພື່ອໃຫ້ຜູ່ປະສົບຄວາມເສຍຫາຍສ້າງເຮືອນຊານຄືນໃຫມ່,ໃນຫລາຍມື້ມານີ້,ອົງການປົກຄອງເຂດຕິເບດ ພາກສ່ວນຕ່າງໆແລະປະຊາຊົນວົງການຕ່າງໆໄດ້ໃຫ້ການຊ່ວຍເຫລືອດ້ານຕ່າງໆຫລືບໍລິຈາກເງິນແລະເຄື່ອງຂອງຕ່າງໆ,ເພື່ອຊ່ວຍຜູ່ທີ່ປະສົບຄວາມເສຍຫາຍນັ້ນຜ່ານຜ່າຄວາມຫຍຸ້ງຍາກ,ສ້າງຊີວິດຄືນໃຫມ່.
ປັດຈຸບັນ, ອົງການປົກຄອງເຂດຕິເບດໄດ້ຈ່າຍເງິນຊ່ວຍເຫລືອພິເສດ 3 ລ້ານຢວນໃຫ້ຄອບຄົບຜູ່ເສຍຊີວິດໃນເຫດການ 14 ມີນາແລ້ວ.ພ້ອມກັນນັ້ນ, ພາກສ່ວນປະຊາສົງເຄາະຍັງຈະໃຫ້ການຊ່ວຍເຫລືອດ້ານການປິ່ນປົວໃຫ້ຜູ່ທີ່ຖືກບາດເຈັບໃນເຫດການເທື່ອນີ້ທີ່ບໍ່ໄດ້ເຂົ້າຮ່ວມການປະກັນໄພປິ່ນປົວພະຍາດພື້ນຖານຂອງພະນັກງານກຳມະກອນໃນຕົວເມືອງ ການປະກັນໄພປິ່ນປົວພະຍາດພື້ນຖານຂອງປະຊາຊົນໃນຕົວເມືອງແລະລະບຽບການປິ່ນປົວເຂດກະສິກຳແລະເຂດລ້ຽງສັດ.ວົງການຕ່າງໆໃນສັງຄົມຕິເບດຍັງໄດ້ຈັດກິດຈະກຳບໍລິຈາກເງິນໃຫ້ຜູ່ຖືກເສຍຫາຍ.
ຍ້ອນມີນະໂຍບາຍຊ່ວຍເຫລືອຂອງອົງການປົກຄອງແລະສັງຄົມ ສະຖຽນລະພາບ,ເຮັດໃຫ້ຕະຫລາດຂອງເມືອງລາຊາຟື້ນຟູການຄ້າຂາຍຄືແຕ່ກ່ອນຢ່າງວ່ອງໄວ.
|
|
|