ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-21 15:40:37    
ກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດ​ເທື່ອ​ທີ 12 ຈັດ​ຂຶ້ນ

cri
ຕາມ​ຂ່າວ CRI: ວັນ​ທີ 20 ​ເມສາ​ນີ້, ກອງ​ປະຊຸມການ​ຄ້າ​ແລະ​ການ​ພັດທະນາ​ສະຫະ​ປະຊາ​ຊາດ​​ເທື່ອ​ທີ 12 ຈັດ​ຂຶ້ນຢູ່ອັກ​ກຼາ​ນະຄອນຫຼວງ​ຂອງ​ກາ​ນາ, ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ແມ່ນ "​ໂອກາດ​ແລະ​ສິ່ງ​ທ້າ​ທາຍທີ່ໂລກາ​ພິວັດ​ນຳ​ເອົາ​ມາ​ໃຫ້​ການ​ພັດທະນາ".

ທ່ານ​ບານ​ກີ​ມຸນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ທ່ານ​ຈອນ ອັກ​ເຢຄຸມ ຄູ​​ຟົວ ປະທານາທິບໍ​ດີກາ​ນາ​ແລະ​ທ່ານ​ລູອິສ ອິກນາ​ຊີ​ໂອ ດາ ຊິວ​ວາ ປະທາ​ນາ​ທິບໍດີ​ເບຼຊິນ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ, ​ໄດ້​ເວົ້າ​ເຖິງ​ບັນຫາ​ອາຫານ​ແລະ​ກະສິກຳ​ຢ່າງ​ເປັນ​ຈຸດ​ໜັກ. ທ່ານ​ບານ​ກີ​ມຸນ​ກ່າວວ່າ, ​ໂລກາ​ພິວັດ​ແລະການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ເສດຖະກິດ​ທົ່ວ​ໂລກ​ບໍ່​ໄດ້​ເຮັດ​ໃຫ້​ໝົດ​ທຸກ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ລາຄາ​ສະບຽງ​ອາຫານ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ແບບ​ນີ້​ຈະສາມາດ​ບັນລຸ​ເປົ້າ​ໝາຍ​ພັດທະນາ​ສະຫະ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດຕາມ​ເວລາ​ກຳນົດ​ໄດ້​ຫຼື​ບໍ່​ແລະ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​ໂລກ​ລ້ວນ​ແຕ່​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວຂາດ​ທີ່​ເສດຖະກິດ​ໂລກ​ພວມປະ​ເຊີນ​ໜ້າ​ຢູ່. ທ່າ​ນຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສາມັກຄີ​ກັນຮ່ວມ​ກັນ​ແກ້​ໄຂ​ບັນຫາ​ເຫຼົ່ານີ້.

ມື້​ດຽວ​ກັນ, 49 ປະ​ເທດທີ່​ດ້ອຍ​ພັດທະນາ​ກວ່າ​ໝູ່​ທີ່​ຮ່ວມ​ປະຊຸມ​ຍັງ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ, ຮຽກຮ້ອງ​​ໃຫ້​ປະຊາ​ຄົມ​ໂລກ​ບັນລຸ​ຄວາ​ມ​ເຫັນທີ່​ເປັນ​ເອກະສັນ​ກັນ, ​ແກ້​ໄຂ​ວິ​ກິດ​ການ​ທີ່​ເກີດ​ຂຶ້ນ​ຍ້ອນ​ລາຄາ​ສະບຽງ​ອາຫານ​ສູງ​ຂຶ້ນ​ໃນ​ປະຈຸ​ບັນ.