|
 |
(GMT+08:00)
2008-04-21 18:52:18
|
 |
ນາຍົກລັດຖະມົນຕີຫວຽດນາມຮຽກຮ້ອງຕ້ອງຮັບປະກັນການສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງຢູ່ຫວຽດນາມມີຄວາມປອດໄພຢ່າງເດັດຂາດ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 20 ເມສານີ້,ທ່ານຫງວຽນດິນດູງ ນາຍົກລັດຖະມົນຕີຫວຽດນາມກ່າວເນັ້ນວ່າ,ຕ້ອງຮັບປະກັນການສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງຢູ່ນະຄອນໂຮຈິມີນໃນທ້າຍເດືອນນີ້ມີຄວາມປອດໄພຢ່າງເດັດຂາດ.
ທ່ານຫງວຽນດິນດູງກ່າວວ່າ,ເຖິງວ່າສະພາບສັງຄົມຫວຽດນາມມີຄວາມສະຫງົບຮຽບຮ້ອຍກໍ່ຕາມ,ແຕ່ອິດທິກຳລັງທີ່ເປັນປໍລະປັກກັນຢາກທຳລາຍສະພາບສະຫງົບແບບນີ້ຕະຫຼອດມາ,ທຳລາຍກຽດສັກສີແລະຖານະຂອງຫວຽດນາມໃນເວທີສາກົນ.ທ່ານຮຽກຮ້ອງໃຫ້ອົງການປົກຄອງນະຄອນໂຮຈິມີນປະສານສົມທົບຢ່າງແໜ້ນແຟ້ນກັບກະຊວງແລະຄະນະກຳມະການທີ່ກ່ຽວຂ້ອງ,ຈັດການເຄື່ອນໄຫວສົ່ງຕໍ່ທວນໄຟເທື່ອນີ້ຢ່າງປອດໄພ,ເພື່ອສະແດງໃຫ້ເຫັນຄວາມຮັກຫອມກິລາແລະສັນຕິພາບຂອງປະຊາຊົນຫວຽດນາມແລະມິດຕະພາບພິເສດລະຫວ່າງຫວຽດນາມກັບຈີນ.
ການສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງຈະຈັດຂຶ້ນຢູ່ນະຄອນໂຮຈິມີນ ຫວຽດນາມໃນວັນທີ 29 ເມສານີ້.
|
|
|