ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-21 19:21:05    
ເວທີ​ປຶກສາ​ຫາລື​ສຸດຍອດ​ວິທະຍຸ​ໂທລະ​ພາບ​ຈີນ-ອາ​ຊຽນ​ກຽມ​ພ້ອມ​ແລ້ວ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 21 ​ເມສາ​ນີ້,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ໃຫຍ່​ວິທະຍຸ​ຮູບ​ເງົາ​ແລະ​ໂທລະພາບ​ແຫ່ງ​ຊາດຈີນ​ວ່າ,​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ດ້ານ​ວິທະຍຸ​ໂທລະພາບລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ກຽມພ້ອມ​​ແລ້ວ,ຈະ​​ໄຂ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 22 ​​ເມສາ​ນີ້.

ຕາມ​ຂ່າວ​ແຈ້ງວ່າ,​ເວທີ​ປຶກສາ​ຫາລື​​ເທື່ອ​ນີ້​ມີ​ຫົວ​ຂໍ້​ທີ່​ວ່າ:​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ ​ເປີດ​ກວ້າງ​ການ​ຮ່ວມ​ມື​ແລະ​ຮ່ວມ​ກັນສ້າງ​ຄວາມ​ກົມ​ກຽວກັນ,ມີ​ຈຸດປະສົງ​ເພື່ອ​ຍົກ​ສູງ​ລະດັບ​ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ຂອງ​ຂະ​ແໜງ​ການ​ວິທະຍຸ​ໂທລະພາບ​ລະຫວ່າງ​ຈີນກັບປະ​ເທດ​ຕ່າງໆ​ໃນອາ​ຊຽນ.

ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ດ້ານ​ວິທະຍຸ​ໂທລະພາບ​ລະຫວ່າງ​ຈີນ-ອາ​ຊຽນ​ແມ່ນ​ກົມ​ໃຫຍ່​ວິທະຍຸ​ຮູບ​ເງົາ​ແລະ​ໂທລະພາບ​​ແຫ່ງ​ຊາດຈີນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ,ຈະ​ດຳ​ເນີນ​​​ເປັນ​ເວລາ 2 ວັນ.