ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 14:56:39    
ນັກ​ຂ່າວ​ຣັດ​ເຊຍ​ຮຽກ​ຮ້ອງ​ນັກ​ຂ່າວ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຈົ່ງ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ຕິ​ເບດ​ຢ່າງ​ທ່ຽງ​ທຳ​ແລະ​ຖືກ​ຕ້ອງ​ຕາ​ມ​ຄວາມ​ຈິງ

cri
CRIລາຍ​ງານ​ວ່າ:ວັນ​ທີ21​ເມສາ​ນີ້,ນັກ​ຂ່າວ​ຣັດ​ເຊຍ​ສອງ​ຄົນ​ທີ່​ເຄີຍ​ໄປ​​ເອົາ​ຂ່າວ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​ຕິເບ​ດຈີນ​ໄດ້​ໄປ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຕາມ​ການ​ເຊີນ.​ພວກ​ທ່ານ​ໄດ້​ເລົ່າ​ເລື່ອງ​ທີ່​ໄດ້​ຮູ້​ໄດ້​ເຫັນ​ຢູ່​ຕິ​ເບດ,​ແລະ​ຮຽກ​ຮ້ອງ​ນັກ​ຂ່າວ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຈົ່ງ​ໃຊ້​ຫຼັກ​ໝັ້ນ​ທີ່​ທ່ຽງ​ທຳ​ແລະ​ພາ​ວະ​ວິ​ໄສ​ໃນ​ເວ​ລາ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ຕິ​ເບດ.

ພາຍຫຼັງ​ເຫດການ​ຈະລາຈົນ14​ມີນາ​ທີ່ນະຄອນ​ລາຊາ​ຕິ​ເບ​ດ​ເກີດ​ຂຶ້ນ​ແລ້ວ,ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ຈິງ​ຈັງ​ວ່າ,​ຈະ​ເຊີນ​ນັກ​ຂ່າວ​ຕ່າງ​ປະ​ເທດ​ໄປ​ເອົາ​ຂ່າວ​ຢູ່​ຕິ​ເບ​ດ.ຈາກ​ນັ້ນ​ບໍ່​ດົນ,ນັກ​ຂ່າວ​ຕ່າງປະ​ເທດ​10​ກວ່າ​ຄົນ​ກໍ່​ໄດ້​ມີ​ໂອ​ກາດ​ໄປ​ເອົາ​ຂ່າວ​ຢູ່​ຕິ​ເບ​ດ.ທ່ານ​ອູ​​ເກ​ນີ ​ໂຊ​ໂປ​ວີ​ຟ ນັກ​ຂ່າວ​ຂ່າວສານ​ອີ​ຕາ​ຕາ​ສ​ຂອງ​ຣັດ​ເຊຍ​ປະ​ຈຳ​ປັກ​ກິ່ງ​ກໍ່​ແມ່ນ​ໜຶ່ງ​ໃນ​ຫັ້ນ.​ທ່ານ​ກ່າວ​ວ່າ,​ຢູ່​ນະ​ຄອນ​ລາ​ຊາ​ຂອງ​ຕິ​ເບ​ດ,ພວກ​ເຮົາ​ໄດ້​ໄປ​ຢ້ຽມ​ຊົມ​ໂຮງ​ຮຽນ​ແຫ່ງ​ໜຶ່ງ,​ສິ່ງ​ກໍ່ສ້າງ​ແຫ່ງ​ໜຶ່ງ​ຂອງ​ໂຮງ​ຮຽນ​ດັ່ງ​ກ່າວ​ຖືກ​ກຸ່ມ​ຄົນ​ບໍ່​ດີ​ທຳ​ລາຍ,​ນີ້​ເປັນ​ເລື່ອງ​ທີ່​ໜ້າ​ຄຽດ​ແຄ້ນ​ຫຼາຍ,​ເພາະວ່າ​ຄົນ​ເຫຼົ່າ​ນີ້​ວາງ​ແຜນ​ກໍ່​ເຫດການ​ຈະ​ລາ​ຈົນ​ອັນ​ໄດ້​ກະ​ທົບ​ເຖິງ​ເດັກ​ນ້ອຍ,​ເດັກ​ນ້ອຍ​ຈຳນວນ​ໜຶ່ງ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ການ.​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ນີ້​ແມ່ນ​ການ​ກະ​ທຳ​ທີ່​ອະ​ໄພ​ໃຫ້​ບໍ່​ໄດ້.

ໃນ​ລະ​ດູ​ຮ້ອນ​ປີ​2007,​ທ່ານ​ອານ​ເດຼ ຄີ​ຣີ​ລົຟ ຫົວ​ໜ້າ​ສາ​ຂາ​ປັກ​ກິ່ງ​ຂອງ​ຂ່າວ​ສານ​ອີ​ຕາ​ຕາສ໌​​ເຄີຍ​ໄປ​ເອົາ​ຂ່າວຢູ່​ຕິ​ເບ​ດ​ປະມານ​ໜຶ່ງ​ອາທິດ,ທ່ານ​ໄດ້​ວາງສະ​ແດງ​ຮູບ​ພາບ​ຢ່າງ​ຫຼວງ​ຫຼາຍ​ທີ່​ຖ່າຍ​ໃນ​ຄາວ​ນັ້ນ​ໃຫ້​ນັກ​ຂ່າວ​ເບິ່ງ,ທ່ານ​ກ່າວ​ວ່າ:"​ຂ້າພະ​ເຈົ້າ ມີ​ພາບ​ປະ​ທັບ​ໃຈ​ວ່າ,​ຊີ​ວິດ​ການ​ເປັນ​ຢູ່​ຂອງຄົນ​ຕິ​ເບ​ດມ່ວນ​ຫຼາຍ.ຂ້າພະ​ເຈົ້າ​ໄດ້​ຖ່າຍຮູບ​ຢ່າງ​ຫຼວງ​ຫຼາຍ​ຢູ່​ຕິ​ເບດ,​ພາຍ​ຫຼັງ​ມາ​ຈຶ່ງ​ຄົ້ນ​ພົບ​ວ່າ,​​ເກືອບ​ທຸກ​ຄົນ​ໃນ​ຮູບ​ພາບ​ລ້ວນ​ແຕ່​ຍິ້ມ​ແຍ້ມ​ແຈ່ມ​ໃສ.​ພວກ​ເຮົາ​ໄດ້​ທ່ຽວ​ຊົມ​ວັດ​ແຫ່ງ​ໜຶ່ງ​ຢູ່​ໃຈກາງ​ນະ ຄອນ​ລາຊາ,​ໃນ​ຮູບ​ພາບ​ທີ່​ຂ້າພະ​ເຈົ້າ​ຖ່າຍ,​ພະ​ສົງ​​ໜຸ່ມ​ເຫຼົ່າ​ນັ້ນ​ກໍ​ລ້ວນ​ແຕ່​ຍິ້ມ​ແຍ້ມ​ແຈ່ມ​ໃສ.​ສະ​ພາບ​ການ​ທີ່​ຂ້າ​ພະ​ເຈົ້າໄດ້​ເຫັນ​ແມ່ນ,ຢູ່​ຕິ​ເບດ,​ພິ​ທີ​ກຳ​ທາງ​ສາ​ສະ​ໜາ​ແມ່ນມີ​ຄວາມ​ອິດ​ສະ​ຫຼະ​ເສ​ລີ, ບໍ່​ໄດ້​ຖືກ​ກີດ​ຂວາງ​ຫຍັງ​ເລີຍ."​ແຕ່​ວ່າ,​ໃນ​ເວລາ​ແຈ້ງ​ຂ່າວ​ກ່ຽວກັບ​ເຫດການ​"14ມີນາ"ຂອງ​ຕິ​ເບ​ດ,ສື່​ມວນ​ຊົນຕາ​ເວັນ​ຕົກ​ພັດ​ຕັ້ງ​​ໃຈບິດ​ເບືອນ​ເລື່ອງ​ຈິງ,​ໂຈມ​ຕີ​ລັດ​ຖະ​ບານ​ຈີນ​ດ້ວຍເຈ​ຕະ​ນາ​ຮ້າຍ,​ບັນ​ລະ​ຍາຍ​ເຫດ​ການ​ຈະ​ລາ​ຈົນ​ທີ່​ວາງ​ແຜນ​ໂດຍ​ພວກ​ຕິ​ເບ​ດ​ເອ​ກະ​ລາດ​ນັ້ນ​ວ່າ ເປັນ​"ການ​ຮຽກ​ຮ້ອງ​ໂດຍ​ສັນ​ຕິ",​ນີ້​ໄດ້​ພາ​ໃຫ້​ປະຊາຊົນ​ຈີນ​ບໍ່ພໍ​ໃຈທີ່​ສຸດ.​ກ່ຽວ​ກັບ​ເລື່ອງ​ນີ້,​ທ່ານ​ຄີ​ຣີ​ລົຟ​ກ່າວ​ວ່າ,​ນີ້​ໄດ້​ສະ​ແດງ​ໃຫ້​​ເຫັນວ່າ ສື່​ມວນ​ຊົນ​ຕ່າງປະ​ເທດ​ສ່ວນ​ໜຶ່ງ​ໄດ້​ໃຊ້​ນະ​ໂຍ​ບາຍ​ສອງ​ໜ້າ​ໃນ​ບັນ​ຫາ​ນີ້.​"ຖ້າ​ວ່າ​ເກີດ​ເຫດ​ການ​ລະ​ເບີດ​ຢ່າງ​ລຽນ​ຕິດ​ຢູ່​ແອສ​ປາຍ,​ກໍ​ວ່າ​ແມ່ນ​ການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ,​ແຕ່​ຢູ່​ຕິ​ເບ​ດ, ພວກ​ກໍ່​ການ​ຈະ​ລາ​ຈົນ​ເຜົາ​ເຮືອນ,​ພັດ​​ເວົ້າວ່າ​ແມ່ນ​ການ​ຮຽກ​ຮ້ອງ​ໂດຍ​ສັນ​ຕິ."

​ໃນ​ເວລາ​ການ​ສຳພາດ​ຈະ​ສິ້ນສຸດ​ລົງ,ທ່ານ​ຄີຣີລົຟຮຽກ​ຮ້ອງ​ໃຫ້​ນັກ​ຂ່າວ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ,ຈົ່ງ​ລາຍ​ງານ​ບັນ​ຫາ​ຕິ​ເບດ​ຢ່າງ​ທ່ຽງ​ທຳ​ແລະ​ຕົວ​ຈິງ.​ທ່ານ​ກ່າວ​ວ່າ:"ຂ້າພະ​ເຈົ້າ​ຢາກ​ຮຽກ​ຮ້ອງ​ເພື່ອນ​ຮ່ວມ​ອາ​ຊີບ​ດຽວ​ກັນ,​ລາຍ​ງານ​ຂ່າວ​ທີ່​ເຈົ້າ​ເຫັນ​ກັບ​ຕາ​ຢ່າງ​ພາວະ​ວິ​ໄສ,​ຢ່າ​ຖືກ​ສວຍ​ໃຊ້​ໃນ"​ເກມ​ການ​ເມືອງ"ຂອງ​ບາງ​ຄົນ.​"