ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 14:32:24    
ປະ​ທາ​ນາ​ທິ​ບໍ​ດີ​ຝະ​ຣັ່ງ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ອີກ​ເທື່ອ​ໜຶ່ງ​ຕໍ່​ການ​ຍາດ​ທວນ​ໄຟ​ດ້ວຍ​ຄວາມ​ຮຸນ​ແຮງ​ຈາກ​ນາງ​ຈີ່ນ​ຈິ່ງ​ ນັກ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິ​ມປິກ​ຈີນ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ທ່ານ​ນິ​ໂຄ​ລັສ ຊາ​ໂຄ​ຊີ ປະທານາ​ທິບໍດີ​ຝະຣັ່ງ​ຝາກ​ຈົດໝາຍ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ນາງ​ຈິ່ນຈິ່ງ ຜູ້​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຈີນ, ​ໃນ​ຈົດໝາຍ, ທ່ານ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ອີກ​ເທື່ອ​ໜຶ່ງ​ຕໍ່​ການ​ຍາດ​ເອົາ​ທວນ​ໄຟ​ດ້ວຍ​ຄວາມ​ຮຸນ​ແຮງຈາກ​ນັກ​ກິລາ​ຄົນ​ພິການ​ຢູ່​ນະຄອນ​ປາລີ. ຈົດໝາຍ​ຖາມ​ຂ່າວ​ຂອງ​ທ່ານ​ຊາ​ໂຄ​ຊີ​ແມ່ນມອບ​ໃຫ້​ທ່ານ​ຄຼິສຕຽນ ພົນ​ສ​ເລັດ ປະທານ​ສະພາ​ສູງ​ຝະຣັ່ງ​ນຳ​ມາມອບ​ໃຫ້​ນາງ​ຈິ່ນຈິ່ງຢູ່​ຊຽງ​ໄຮ້​ໃນ​ວັນ​ທີ 21 ​ເມສາ​ນີ້.

ທ່ານ​ຊາ​ໂຄ​ຊີ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ນາງ​ຈິ່ນຈິ່ງ​ທັງຂຽນ​ວ່າ, ທ່ານ​ເຂົ້າ​ໃຈ​ວ່າ ຈິດ​ໃຈ​ຂອງ​ປະຊາຊົນ​ຈີນ​ໄດ້ເຈັບປວດ​ຍ້ອນ​ເລື່ອງ​ທີ່​ເກີດຂຶ້ນ​ໃນ​ຂະ​ບວນການ​ສົ່ງ​ຕໍ່​ທວນ​ໄຟ.​ ​ໂດຍ​ສະ​ເພ​າະ​ແມ່ນ​ການ​ທຸກ​ເຂົ້າ​ຫານາງ​ຈິ່ນຈິ່ງ​ແມ່ນ​ໃຜ​ກໍ່​ຮັບ​ເອົາ​ບໍ່​ໄດ້, ທ່ານກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້. ມີ​ຄົນ​ສ່ວນ​ໜ້ອຍ​ກໍ່​ເລື່ອງທີ່​ໜ້າ​ເຈັບ​ໃຈ​ແບບ​ນີ້, ​ແຕ່​ມັນ​ບໍ່​ສາມາດ​ຕາງໜ້າ​ຄວາມ​ຮັ​​ກ​ແພງ​ຂອງ​ປະຊາຊົນ​ຝະຣັ່ງທີ່​ມີ​ຕໍ່​ປະຊາຊົນ​ຈີນໄດ້.