ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 15:56:35    
ອົງ​ການ​ຮາ​ມັສ​ກ່າວ​ວ່າ​ຈະ​ຮັບ​ເອົາ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ​ຢ່າງ​ມີ​ເງື່ອນ​ໄຂ

cri
ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 21 ​ເມສາ​ນີ້, ຢູ່​ດາ​ມາສ, ທ່ານ​ຄາ​ເລັດ ມາ​ຊາ ຜູ້ນຳ​ກົມ​ການ​ເມືອງ​ຂອງ​ອົງການ​ຮາ​ມັສທີ່​ພັດ​ຖິ່ນ​ຢູ່​ຊີ​ຣີກ່າວ​ວ່າ, ອົງການ​ຮາ​ມັສສາມາດ​ຮັບ​ເອົາ​ສັນຍາ​ຕ່າງໆ​ທີ່​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ເຊັນ​ກັບ​ອິສຣາ​ແອນ, ​ແຕ່ມີ​ເງື່ອນ​ໄຂ​ວ່າ, ສັນ​ຍາ​ເຫຼົ່ານີ້​ຕ້ອງ​ຜ່ານ​ການ​ຢັ່ງ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ປາ​ເລັສ​ຕິນ​ກ່ອນ.

ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມ​ຂ່າວ, ທ່ານ​ເມ​ຊາ​ກ່າວ​ວ່າ, ອົງການ​ຮາ​ມັສ​ເຄົາລົບ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ປາ​ເລັສຕິນທີ່​ໄດ້​ຜ່ານ​ການ​ຢັ່ງ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ຢ່າງ​ເສລີ. ທ່ານ​ກ່າວ​ວ່າ, ຂໍ​ແຕ່​ອິສຣາ​ແອນ​ຖອນ​ອອກ​ຈາກ​ແຜ່ນດິນ​ປາ​ເລັສຕິນ​ທີ່​ອິສຣາ​ແອນ​ຍຶດ​ເອົາ​ໃນ​ສົງຄາມ​ຕາ​ເວັນ​ອອກ​ກາງ​ປີ 1967, ອົງການ​ຮາ​ມັສຈະ​ກຽມ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢຸດ​ຍິງ​ກັນ​ໃນ 10 ປີ.

ມື້​ດຽວ​ກັນ, ຢູ່​ເຢລູ​ຊະ​ເລ​ມ, ທ່ານຈິ​ມມີ ຄາ​ເຕີ ອະດີດ​ປະທາ​ນາ​ທິ​ບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອົງ​ການ​ຮາ​ມັສກຽມ​ພ້ອມ​ແລ້ວ​ຈະ​ຮັບ​ຮອງ​ສິດ​ຄົງ​ຕົວ​ຢູ່​ຢ່າງ​ສັນຕິພາບ​ຂອງ​ອິສຣາ​ແອນ​ໃນ​ຖານະ​ເປັນ​ປະ​ເທດ​ໃກ້​ຄຽງ.