ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-23 11:05:07    
ຈີນ​ສົ່ງ​ເສີມ​ໃຫ້​ໃຊ້​ດອກ​ໄຟ​ແບບ​ປະ​ຢັດ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຫວ່າງ​ມໍ່ໆ​ນີ້, ກະຊວງ​ການ​ເງິນ​ຈີນ​ແລະ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ຈັດ​ກອງ​ປະຊຸມ​ຢູ່​ທີ່​ປັກ​ກິ່ງ​ເພື່ອຈັດ​ຕັ້ງ​ວຽກ​ງານ​ສົ່ງ​ເສີມ​ໃຫ້​ໃຊ້ດອກ​ໄຟ​ແບບ​ປະຢັດ​ພະລັງງານ 50 ລ້ານ​ໜ່ວຍ​ທີ່​ການ​ເງິນສູນ​ກາງ​ສະໜັບ​ສະໜູນ​ດ້ານ​ງົບປະມານ​ເພື່ອ​ການ​ຜະລິດ​ງວດ​ທຳ​ອິດ.

ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ໂຄງການ​ສຳຄັນ​ເພື່ອ​ປະຢັດ​ພະລັງງານ​ຫຼຸດຜ່ອນ​ການ​ລະບາຍ​ມົນ​ລະ​ພິດ, ຈີນ​ມີ​ແຜນ​ຈະ​ສົ່ງ​​ເສີມ​ໃຫ້​ໃຊ້​ດອກ​ໄຟ​ແບບ​ປະຢັດ 150 ລ້ານ​ໜ່ວຍ​ໃນ​ທົ່ວ​ປະ​ເທດ​ທີ່​ການ​ເງິນ​ສູນ​ກາງ​ສະໜັບ​ສະໜູນ​ໃຫ້​ຜະລິດ​ແຕ່​ປີ 2006 ຫາ​ປີ 2010, ​ເພື່ອ​ເຂົ້າ​ແທນ​ດອກ​ໄຟທຳ​ມະ​ດາ​ແລະ​ຜະ​ລິດ​ຕະພັນ​ໃຫ້​ແສງ​ສະຫວ່າງ​ທີ່​ປະສິດ​ທິພາບ​ຕ່ຳ​ອື່ນໆ.

ເພື່ອ​ສະໜັບ​ສະໜູນ​ການ​ສົ່ງ​ເສີມ​ຜະລິດ​ຕະພັນ​ໃຫ້​ແສງ​ສະຫວ່າງ​ທີ່​ມີ​ປະສິດ​ທິພາ​ບສູງ, ຈີນ​ໄດ້​ໃຊ້​ວິທີ​ໃຫ້​ເງິນ​ອຸດ​ໜູນ​ໂດຍ​ທາງ​ອ້ອມ​, ຄື ​ໃຫ້​ເງິນ​ອຸດ​ໜູນ​​ແກ່ວິ​ສາ​ຫະກິດ​, ແລ້ວ​ວິ​ສາ​ຫະກິດ​ກໍ່​ຫຼຸດ​ລາຄາ​​ຂາຍໃຫ້​ຜູ້​ບໍລິ​ໂພ​ກ. ນອກ​ນີ້, ຍ້ອນ​ລາຄາ​ຜະລິດ​ຕະພັນ​ປະຢັດ​ພະລັງງານ​ສູງ​, ລັດຖະບານ​ຍັງ​ຈະ​ໃຫ້​ເງິນ​ອຸດ​ໜູນ​​ທີ່ເໝາະ​ສົມ​ໃຫ້​ແກ່​ຜູ້​ໃຊ້​ຜະລິດ​ຕະພັນ​ຈຳນວນ​ຫຼາຍ.

ຕາມ​ສະຖິຕິ, ຖ້າ​ດອກ​ໄຟ​ແບບ​ທຳ​ມະ​ດາທີ່​ກຳລັງ​ໃຊ້​ຢູ່​ຈີນ​ໃນ​ປະຈຸ​ບັນ​ປ່ຽນ​ມາ​ໃຊ້​ຜະລິດ​ຕະພັນ​​ໃຫ້ແສງສະຫວ່າງ​ແບບ​ປະຢັດ​ພະລັງງານ​ທັງ​ໝົດ, ​ປະລິ​ມານ​ການ​ປະຢັດໄຟຟ້າ​ໃນແຕ່ລະ​ປີ​​ເກືອບ​ທໍ່​ກັບ​ປະລິມານ​ຜະລິດ​ໄຟຟ້າ​ຂອງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊ່ານ​ເຊຍ​ໃນ​ 1 ​ປີ, ທໍ່​ກັບຫຼຸດຜ່ອນ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ສິດ​ໄດ້ 60 ລ້ານກວ່າ​ໂຕນ, ຫຼຸດຜ່ອນ​ການ​ລະບາຍ​ຊຸນ​ເຟີ​ດີອັອກສິດ​ໄດ້ 5 ​ແສນ 9 ໝື່ນ​ໂຕນ.