ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-23 19:00:50    
ຈີນ​ຍິນ​ດີ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ

cri
ຕາມ​ຂ່າວ CRI: ວັນ​ທີ 23 ​ເມສາ​ນີ້, ​ໃນ​ເວ​ລາ​ພົບ​ປະ​ກັບ​ແຂກ​ຫວຽດນາມ​ຢູ່​ປັກ​ກິ່ງ, ທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​​ເປິກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ຫວຽດ​ນາມ​ຊຸກ​ຍູ້​ໃຫ້ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ເວລາ​ພົບ​ປະ​ກັບທ່ານ​​ເຈິ​ນ​ວັນ​ຮາງ ກຳມະການ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ຫວຽດນາມ, ທ່ານ​ເຈຍ​ຊິ້ງລິນ​ກ່າວ​ເນັ້ນ​ວ່າ, ພັກ​ແລະ​ລັດ​ຈີນ​ເອົາ​ໃຈ​ໃສ່​​​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ແລະ​ປະຕິບັດ​ຕໍ່​ການ​ພົວພັນ​ລະຫວ່າ​ງຈີນ​ກັບ​ຫວຽດນາມຈາກ​ດ້ານ​ຍຸດ​ທະ​ສາດ, ​ເຮັດ​​ໃຫ້​ສອງ​ປະ​ເທດ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນສະຫາຍ​ທີ່​ດີ​ຕະຫຼອດ​ໄປ.

ທ່ານ​​ເຈິນ​ວັນ​ຮາງ​ກ່າວ​ວ່າ, ຫວຽດນາມ​ຍິນ​ດີ​ພ້ອມ​ກັນກັບ​ຈີນ, ທຳ​ຄວາມ​ພະຍາຍາມ​ຊຸກ​ຍູ້​ສອງ​ປະ​ເທດ​ບັນລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ພັດທະນາ​ຮ່ວມ​ກັນ​ບົນ​ເສັ້ນທາງ​ສ້າງສາ​ສັງ​ຄົມ​ນິຍົມ. ທ່ານ​ເຈິນ​ວັນ​ຮາງ​ໄດ້ກ່າວ​ຢ້ຳ​ຫຼັກໝັ້ນ​ອັນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ທີ່​ສະໜັບ​ສະໜູນ​ຈີນ​ໃນ​ບັນຫາ​ຕ່າງໆ​, ​ເຊັ່ນ: ​ບັນຫາ​​ຕິ​ເບດ, ບັນຫາ​ໄຕ້​ຫວັນ​ເປັນ​ຕົ້ນ​ມາ​ໂດຍ​ຕະຫຼອດ, ​ແລະ​ອວຍພອນ​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.