ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-23 19:06:03    
ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ພະ​ລັງ​ງານ​ສາ​ກົນ​ຄັ້ງ​ທີ 11

cri
ຕາມ​ຂ່າວ CRI: ວັນ​ທີ 22 ​ເມສາ​ນີ້, ກອງ​ປະຊຸມ​ເວທີ​ປາ​ໄສ​ພະລັງງານ​ສາກົນ​ຄັ້ງ​ທີ 11 ທີ່ດຳ​ເນີນມາ​ເປັນ​ເວລາ 3 ວັນໄດ້ອັດ​ລົງ​ຢູ່​ນະຄອນ​ຫຼວງ​ໂຣມ​ປະ​ເທດ​ອີ​ຕາ​ລີ. ​ທີ່​ປະຊຸມ​ໄດ້​ອອກ​ປະກາດ​ຖະ​ແຫຼງ​ການ, ຮຽກຮ້ອງ​​ໃຫ້ປະ​ເທດທີ່​ຜະລິດ​ພະລັງງານ​ກັບປະ​ເທດ​ຜູ້​ບໍ​ລິ​ໂພກ​ພະລັງງານ​ເພີ່ມການ​ເຈ​ລະ​ຈາກັນ, ​ເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ທົ່ວ​ໂລກ​ໃຫ້​ດີກ​ວ່າ​ເກົ່າ, ​ເຊັ່ນ: ຄວາມ​ປອດ​ໄພ​ດ້ານ​ພະລັງງານ, ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນ​ຕົ້ນ.

ຖະ​ແຫຼງ​ການ​ສະ​ເໜີ​ໃຫ້​ຝ່າຍ​ຕ່າງໆ​ຍົກ​ສູງ​ປະສິດ​ທິພາບ​ຂອງ​ການ​ໃຊ້​ພະລັງງານ, ອອກ​ແຮງ​ພັດທະນາ​ເຕັກນິກ​ໃໝ່​ດ້ານ​ພະລັງງານ, ພັດທະນາ​ພະລັງງານ​ສະອາດ​ເຂົ້າ​ແທນ, ພ້ອມ​ກັນ​ນັ້ນ, ກໍ່​ເພີ່ມ​ຄວາມ​ໂປ່ງ​ໃສ​ຂອງ​ຕະຫຼາດ​ພະລັງງານ, ຫຼຸດຜ່ອນ​ການ​ສວຍ​ໂອກາດ. ຖະ​ແຫຼງການ​ຊີ້​ອອກ​ວ່າ, ການ​ເຈລະຈາ​ແລະ​ການ​ຮ່ວມ​ມື​ອັນ​ກວ້າງ​ຂວາງ​ແລະ​ມີ​ຜົນ​ລະຫວ່າງ​ປະ​ເທດ​ທີ່ຜະລິດ​ພະລັງງານ​ແລະ​ປະ​ເທດ​ຜູ້ບໍລິ​ໂພກ​ພະລັງງານ​ແມ່ນ​ຊ່ອງ​ທາງ​ທີ່​ບັງ​ເກີດ​ຜົນ​ເພື່ອ​ບັນລຸ​​ການ​ພັດທະນາ​​ແບບ​ຍືນ​ຍົງ​ດ້ານ​ພະລັງງານ​ແລະ​ເປົ້າ​ໝາຍ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກຂອງ​ສະຫະ​ປະຊາ​ຊາດ.

ມື້​ດຽວ​ກັນ, ທ່ານຊ່າ​ຈູ​ຄ່າງ ຮອງ​ເລຂາທິການ​ໃຫຍ່​ອົງ​ການ​ສະຫະ​ປະຊາ​ຊາດ​ທີ່​ຮ່ວມ​ປະຊຸມ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຮ່ວມ​ມື​ກັນ​ເພື່ອພັດທະນາ​ລະບົບ​ພະລັງານ​ສະອາດ, ປອດ​ໄພ​ແລະ​ເພິ່ງ​ພາອາ​ໄສ​ກັນ. ທ່ານ​ຍັງ​ປະກາດ​ວ່າ, ລັດຖະບານ​ຈີນ​ຈະ​ຮ່ວມ​ມື​ກັບ​ຄະນະ​ກຳມະການ​ບໍລິຫານ​ງານ​ເສດຖະກິດ​ສັງຄົມ​ຂອງ​ສະຫະ​ປະຊາ​ຊາດ, ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ການ​ຮ່ວມ​ມືດ້ານ​ເຕັກນິກ.