ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-23 19:35:02    
ໜັງສືພິມກ່ວງມີ​ງຢື້​ປ້າວ​ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ ກຸ່ມ​ດາ​ໄລລາ​ມະ​ທຳລາຍ​ຊີວິດ​ການ​ເປັນຢູ່ອັນສະຫງົບ​ສຸກຂອງ​ປະຊາຊົນ​ເຜົ່າ​ຕິ​ເບ​ດ​ແລະ​ການ​ພົວພັນ​ທີ່​ກົມກຽວກັນ​ລະ​ຫວ່າງ​ບັນດາ​​ເຜົ່າ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ໜັງ​ສືພິມ​ກ່ວງມີ​ງຢື້​ປ້າວ​​ສະບັບ​ວັນ​ທີ 23 ​​ເມສາທີ່​ພິມ​ຈຳໜ່າຍ​ຢູ່​ປັກ​ກິ່ງນີ້​ໄດ້​ພິມ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ《​ແກ້"​ເສື້ອ​ນອກ​ຊົນ​​ເຜົ່າ"ຂອງ​ກຸ່ມ​ດາ​ໄລລາ​ມະອອກ》​ໂດຍ​ຂຽນ​ວ່າ,ກຸ່ມ​ດາ​ໄລ​ລາ​ມະ​ທຳລາຍ​ຊີວິດ​ການ​​ເປັນ​ຢູ່​ອັນສະຫງົບ​ສຸກ​ຂອງ​ປະຊາຊົນ​ເຜົ່າ​ຕິ​ເບ​ດ​ແລະ​ການ​ພົວພັນ​ທີ່​ກົມກຽວ​ກັນ​ລະຫວ່າງ​ບັນດາ​ເຜົ່າ.

ບົດ​ແຈ້ງ​ຂ່າວ​ຂຽນ​ວ່າ,ຫວ່າງ​ມໍ່ໆ​ນີ້,​ໃນ​ການ​ສົ່ງ​ຕໍ່​ທວນ​​ໄຟ​ງານ​ກິລາ​​ໂອ​ລິ​ມປິກ​ໃນ​ທົ່ວ​ໂລກ,ພວກຕິ​ເບ​ດ​​ເປັນ​ເອກະລາດ​ໄດ້​ກໍ່​​ເຫດການຫຼາຍ​ເທື່ອ,ຂັດ​ຂວາງການ​ສົ່ງ​ຕໍ່​ທວນ​ໄຟ.ທັງ​ນີ້​​ແມ່ນມີ​ຈຸ​ດປະສົງອັນ​ດຽວ​ກັນກັບ​​ເຫດການ​ຈະລາຈົນ 14 ມີນາ​ທີ່​ກຸ່ມ​ດາ​ໄລລາ​ມະ​ວາງ​ແຜນ​ກໍ່​ຂຶ້ນຢູ່​ນະຄອນ​ລາຊາ,​ໄດ້ເຜີຍ​ໃຫ້​ເຫັນ​ຈຸດປະສົງຂອງ​ກຸ່ມ​ດາ​ໄລລາ​ມະ​ທີ່​ຢາກ​ສວຍ​ໂອກາດຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ຂົນຂວາຍ​ໃຫ້ພວກ​ລັດທິ​ແບ່ງ​ແຍກ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ທຳລາຍ​ສະຖຽນ​ລະ​ພາບ​ຂອງ​ຕິ​ເບ​ດ,ລົບ​ກວນ​ຊີວິດ​ການ​​ເປັນ​ຢູ່​ອັນສະຫງົບ​ສຸກ​ຂອງ​ປະຊາຊົນ​​ເຜົ່າ​ຕິ​ເບ​ດ​ແລະ​ສະ​ແຫວ​ງຫາ​ໃຫ້​ຕິ​ເບ​ດ​ເປັນ​ເອກະລາດ.

ບົດ​ແຈ້ງ​ຂ່າວ​ຊີ້​ອອກ​ວ່າ,ຄວາມ​ຈິງ​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ,​ກຸ່ມ​ດາ​ໄລ​ລາ​ມະ​ແມ່ນ​ຜູ້​ທຳ​ລາຍ​ຊີວິດ​ອັນສະ​ຫງົບ​ສຸກ​ຂອງ​ປະຊາ​ຊົນ​​ເຜົ່າ​ຕິ​ເບ​ດ,​ແມ່ນ​ຜູ້​ທຳລາຍ​ຄວາມ​ສຸກ​ກົກ​ຮາກ​ຂອງ​ປະຊາຊົນ​ເຜົ່າ​ຕິ​ເບ​ດ,​ແມ່ນ​ຜູ້​ທຳລາຍ​ການ​ພົວພັນ​ທີ່​ກົມກຽວ​ກັນລະ​ຫວ່າງ​ບັນດາ​ຊົນເຜົ່າຢູ່​ເຂດ​ຕິ​ເບ​ດ.