ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-23 19:42:57    
ທ່ານ​ອິອັນ ​ໂທບ ດາລາ​ລອຍ​ນ້ຳ​​ເກົ່າ​ຂອງ​ອົສຕຼາລີ​ຫວັງ​ໃຫ້​ທວນ​ໄຟ​ສັກສິດ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ຮັບຄວາມ​ເຄົາລົບ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 23 ​ເມສາ​ນີ້,ທ່ານ​ອິອັນ ​ໂທບ ນັກ​ກິລາ​ລອຍ​ນ້ຳ​ທີ່​ມີ​ຊື່​ສຽງ​ໃນອະດີດ​ຂອງ​ອົສຕຼາລີ​ກ່າວ​ວ່າ,ທ່ານ​ຫວັງ​ໃຫ້​ທວນ​ໄຟ​ສັກ​ສິດຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈະ​ສົ່ງ​ຕໍ່​ຢູ່​​ແຄັນເບີ​ຣາ​ໃນ​ວັນ​ທີ 24 ​ເມສາ​ນີ້ໄດ້​ຮັບຄວາມ​ເຄົາ​ລົບ,​ແລະ​ຫວັງ​ໃຫ້ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ທ່ານ​ເຂົ້າ​ຮ່ວມ​ເປັນ​ເທື່ອ​ທຳ​ອິດນັ້ນ​ດຳ​ເນີນ​ໄປ​ພາຍ​​ໃຕ້​ບັນຍາກາດ​ທີ່​ສັນຕິແລະ​ຟົດ​ຟື້ນ.

ທ່ານ​ໂທບ​ແມ່ນ​ຜູ້​ມີ​ຊື່​ສຽງ​ໃນວົງ​ກິລາ​ລອຍ​ນ້ຳຂອງ​ອົສຕຼາລີ,​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຊິດ​ນີປີ 2000 ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ 2004,ທ່ານ​ຊິງ​ໄດ້​ຫຼຽນ​ຄຳ 5 ຫຼຽນ ຫຼຽນ​ເງິນ 3 ຫຼຽນ​ແລະ​ຫຼຽນ​ທອງ 1 ຫຼຽນ.