ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-23 19:57:29    
ປີ​ນີ້ ຈີນ​ຈະ​ຊີ້​ນຳ​ວິ​ສາ​ຫະກິດ​ທຶນ​ຕ່າງ​ປະ​ເທດທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ໃຫ້​ຈົດ​ທະບຽນ​ເຂົ້າ​ຕະຫຼາດ​ຫຸ້ນ​ພາຍ​ໃນ​ປະ​ເທດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ເຈົ້າ​ໜ້າ​ທີ່ກະ​ຊວງ​ການ​ຄ້າ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,ອີງ​ຕາມ《ທິດຊີ້​ນຳກ່ຽວ​ກັບ​ວຽກ​ງານດຶງ​ດູດ​ນັກ​ທຸລະກິດ​ຕ່າງປະ​ເທດ​ມາ​ລົງທຶນ​ທົ່ວ​ປະ​ເທດ​ປີ 2008》ທີ່​ກະຊວງ​ການ​ຄ້າ​ຈີນ​ໄດ້​ພິມ​ແຈກ​ຢາຍ​ໃນ​ຫວ່າງ​ມໍ່ໆ​ນີ້,ປີ​ນີ້,ຈີນ​ຈະ​ຊີ້​ນຳ​ວິ​ສາ​ຫະກິດທຶນ​ຕ່າງປະ​ເທດທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ໃຫ້​ຈົດ​ທະບຽນ​ເຂົ້າ​ຕະຫຼາດ​ຫຸ້ນ​ພາຍ​ໃນ​ປະ​ເທດ.

《ທິດ​ນຳ》ດັ່ງ​ກ່າວ​ສະ​ເໜີ​ວ່າ,ຕ້ອງ​ສົ່ງ​ເສີມ​ນັກທຸ​ລະກິດ​ຕ່າງ​ປະ​ເທດລົງທຶນ​ສ້າງ​ວິ​ສາ​ຫະກິດ.ສົ່ງ​ເສີມ​ໃຫ້ນັກ​ທຸລະກິດ​ຕ່າງປະ​ເທດ​ໃຊ້​ວິທີ​ກວມ​ຊື້​ເຂົ້າ​ຮ່ວມ​ການ​ປັບປຸງ​ແລະ​ດັດ​ສ້າງ​ລັດ​ວິ​ສາ​ຫະກິດ​.ສົ່ງ​ເສີມ​ໃຫ້​ນັກ​ທຸລະ​ກິດ​ຕ່າງປະ​ເທດ​ລົງທຶນ​ເຂົ້າ​ໃນ​ຂະ​​ແໜງ​​ເຕັກນິກ​ສູງ​ແລະ​ໃໝ່​ເຊັ່ນ​ການ​ຜະລິດ​ອຸປະກອນ​ແລະ​ການ​ຜະລິດ​ວັດຖຸ​​ອຸປະກອນໃໝ່​ເປັນ​ຕົ້ນ.