ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-24 15:05:07    
ຈີນ​ມີ​ຂໍ້​ລິ​ເລີ່ມ​ໃຫ້​ປະ​ເທດ​ຕ່າງໆ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ແລະ​ທຶນ​ຮອນ​ເພື່ອ​ຮ່ວມ​ກັນ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ອາ​ກາດ​ທົ່ວ​ໂລກ

cri
ຕາມ​ຂ່າວ CRI: ວັນ​ທີ 24 ​ເມສາ​ນີ້, ຈີນ​ມີ​ຂໍ້​ລິ​ເລີ່​ມໃຫ້​ປະ​ເທດ​ຕ່າງໆ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ແລະ​ທຶນ​ຮອງນ​ເພື່ອຮ່ວມ​ກັນ​ແກ້​ໄຂ​ບັນຫາ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດໃນ​ທົ່ວ​ໂລກ.

ວັນ​ທີ 24 ​ເມສາ​ນີ້, ​ໃນ​ກອງ​ປະຊຸມ "​ເວທີ​ປາ​ໄສ​ສາກົນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ກັບ​ການປະດິດ​ສ້າງ​ວິທະ​ຍາສາດ​ເຕັກນິກ​ໃໝ່​" ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ວ້ານກ່າງ ລັດຖະ​ມົນຕີ​ວ່າການ​ກະຊວງ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີຈີນ​ກ່າວ​ວ່າ, ​ປະຈຸ​ບັນ, ເຕັກນິກ​ທີ່​ເປັນຂໍ້​ກະ​ແຈ​​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຍັງ​ມີ​ບັນຫາ​ຂັດຂວາງ​ຫຼາຍ, ສະ​ນັ້ນ, ມີ​ແຕ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ຕ່າງໆ, ຈຶ່ງ​​ແກ້​ໄຂ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​​ໃນ​ທົ່ວ​ໂລກໄດ້.

ທ່ານ​ເຊ້ຍ​ເຈີ້ນ​ຮວາ ຮອງ​ປະທານ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່​ງລັດ​ຈີນ​​ໄດ້​ສະ​ເໜີ​ຂໍ້ລິ​ເລີ່​ມ​ໃຫ້​ປະຊາ​ຄົມ​ໂລກ "ພັດທະນາ​ແລະ​​ໂອນ​ເຕັກນິກ", ​​ສຳຄັນ​ທີ່​ສຸດແມ່ນ​ສ້າງ​ກົນ​​ໄກ​ໂອນ​ເຕັກນິກ​ທີ່​ກ່ຽວຂ້ອງ, ຍົກ​ສູງ​ຄວາມ​ສາມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ.